ຍສໝ - ບຸນວົກນ້ຳ ແມ່ນພິທີກຳວັດທະນະທຳທາງດ້ານຈິດໃຈຂອງຊາວເຜົ່າລາວ ຢູ່ເມືອງ ຕ່າມເດືອງ, ແຂວງ ລາຍເຈົ່າ ເພື່ອພາວະນາຂໍໃຫ້ເປັນປີທີ່ດິນຟ້າອາກາດເອື້ອອຳ, ສັບພະສິ່ງງອກງາມ, ທຸກຄອບຄົວມີຄວາມຜາສຸກ, ສະຫງົບສຸກ. ຫຼາຍປີມານີ້ ງານບຸນໄດ້ກາຍເປັນຈຸດເດັ່ນທີ່ດຶງດູດນັກທ່ອງທ່ຽວຈາກທົ່ວທຸກມູມໄປ.
ຍສໝ - ວັນທີ 25 ມີນາ, ຄະນະກໍາມະການລັດຫວຽດນາມ ຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ແລະ ສະມາຄົມນັກທຸລະກິດຫວຽດນາມ ການາດາ (VCBA) ໄດ້ສົມທົບກັນຈັດຕັ້ງ “ເວທີປາໄສວິສາຫະກິດ: ເພີ່ມທະວີການພົວພັນດ້ານເສດຖະກິດ ຫວຽດນາມ - ການາດາ ໃນຂອບເຂດ CPTPP”.
ຍສໝ - ຫົວໜ້າຄະນະກຳມະການສາກົນຂອງພັກແຮງງານ ເກົາຫຼີເໜືອ ຢືນຢັນວ່າ: ພັກ, ລັດຖະບານ ແລະ ປະຊາຊົນ ເກົາຫຼີເໜືອ ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ.
ຍສໝ - ວັນທີ 24 ມີນານີ້, ຢູ່ແຂວງຫຼວງພະບາງ, ພາກເໜືອຂອງລາວ, ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 31 ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ.ລາວ. ນີ້ແມ່ນກອງປະຊຸມຄັ້ງທຳອິດໃນປີ 2024 ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນຮັບຜິດຊອບປະຊາຄົມວັດທະນະທຳ-ສັງຄົມຂອງ 10 ປະເທດສະມາຊິກ ອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ. ຄະນະຜູ້ແທນຂອງ Timor Leste ໄດ້ເຂົ້າຮ່ວມກອງປະຊຸມເປັນຜູ້ສັງເກດການ.
ຍສໝ - ວັນທີ 21 ມີນາ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ (HAUFO) ໄດ້ຈັດຕັ້ງກອງປະຊຸມຝຶກອົບຮົມຄວາມຮູ້ກ່ຽວກັບພິທີການທາງການທູດ. ໂດຍເຂົ້າຮ່ວມການຝຶກອົບຮົມມີນັກຝຶກອົບຮົມ 100 ຄົນເຊິ່ງແມ່ນພະນັກງານອົງການປະຈຳ; ພະນັກງານຂອງພະແນກ, ຄະນະ, ຂະແໜງການ, ບັນດາເມືອງໃນບໍລິເວນນະຄອນຮ່າໂນ້ຍ; ຜູ້ຕາງຫນ້າຂອງສະມາຄົມມິດຕະພາບ, ອົງການຈັດຕັ້ງສະມາຊິກ HAUFO ແລະ ພະນັກງານນຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບທ້ອງຖິ່ນ ຈຳນວນໜຶ່ງ.
ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າສຳຄັນຂອງກຸ່ມ Mercosur
WTO ຮັບຮູ້ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ລະບົບການຄ້າຫຼາຍຝ່າຍ
ຍສໝ - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ຫງວຽນຈູງກຽນ ໄດ້ສະແດງຄວາມຮູ້ສຶກຕື້ນຕັນໃຈເມື່ອ ຫວຽດນາມ ໄດ້ຮັບການເລືອກເພື່ອແນະນຳໃນວາລະສານ Cercle Diplomatique ສະບັບເລກທີທຳອິດ.
ຫວຽດນາມ - ລາວ - ຈີນ ກວດກາຫຼັກໝາຍຊາຍແດນຮ່ວມ
ຍສໝ - ຄະນະກຳມະການປະຊາຊົນແຂວງ ແທງຮວ໋າ ຫາກໍ່ໄດ້ມີມະຕິເລກທີ 1037/QĐ-UBND ວ່າດ້ວຍການອະນຸມັດການຮັບເງິນອຸປະຖຳ ເພື່ອປະຕິບັດໂຄງການເຂດ ບ໋າເທຶອກ 2 ຢູ່ເມືອງ ບ໋າເທຶອກ, ແຂວງ ແທງຮວ໋າ ໂດຍອົງການ World Vision International (WVI) ອາເມລິກາ - ຫ້ອງການຜູ້ຕາງໜ້າຢູ່ ຫວຽດນາມ ອຸປະຖຳດ້ວຍຍອດຈຳນວນທຶນໂຄງການເກືອບ 48 ຕື້ດົ່ງ.
ຍສໝ - ທະນາຄານໂລກ (WB) ໄດ້ແຈ້ງໃຫ້ ຫວຽດນາມ ກ່ຽວກັບການປະຕິບັດສິດໃນການຊື້ຕື່ມອີກ 1 ລ້ານໝາກຜົນການຫຼຸດຜ່ອນປ່ອຍອາຍພິດນອກຈາກຈຳນວນສັນຍາ.
ສ້າງຄວາມໄວ້ເນື້ອເຊື່ອໃຈ, ກໍາລັງໜູນເພື່ອໃຫ້ປະຊາຊົນຢູ່ເຂດຊາຍແດນຫຼຸດພົ້ນອອກຈາກຄວາມທຸກຍາກ
ລາວ ຟື້ນຟູອັດຕາພາສີ VAT 10% ຄືນໃໝ່
ຍສໝ - ຕາມບົດລາຍງານຄວາມສຸກໂລກ 2024 ທີ່ໄດ້ປະກາດໃນວັນທີ 20 ມີນານີ້, ຫວຽດນາມ ນອນໃນອັນດັບທີ 6 ໃນອາຊີ ແລະ ດັບທີ 54 ໃນໂລກ ໃນບັນຊີລາຍຊື່ບັນດາປະເທດທີ່ມີຄວາມສຸກທີ່ສຸດ.
ຍສໝ - ນີ້ແມ່ນຂໍ້ສັງເກດຂອງທ່ານ Hitomi Tatsuya, ຜູ້ອຳນວຍການພະແນກພົວພັນຕ່າງປະເທດຂອງແຂວງ Nara (ຍີ່ປຸ່ນ) ທີ່ການພົບປະກັບການນຳຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ເນື່ອງໃນການຢ້ຽມຢາມ ແລະ ເຮັດວຽກຂອງຄະນະປະຕິບັດງານຢູ່ແຂວງ ເທື່ອທຽນເຫ້ວ ໃນວັນທີ 21 ມີນາ.
ຍສໝ - ນັ້ນແມ່ນທ່ານ ຫງວຽນຕ໋ວນແທ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ທີ່ກອງປະຊຸມຖະແຫຼງຂ່າວເສດຖະກິດ - ສັງຄົມ, ດຶງດູດການລົງທຶນ ແລະ ສັບປະດາວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ບິ່ງດິ້ງ, ໃຫ້ແກ່ບັນດາອົງການຂ່າວພາຍໃນ ແລະ ຕ່າງປະເທດ.
ຍສໝ - ໜັງສືພິມ Infobae ຂອງ ອາກຊັງຕິນ ລາຍງານເມື່ອບໍ່ດົນມານີ້ວ່າ ຂະບວນການປ່ຽນແປງໃໝ່ ໂດຍພັກກອມມູນິດ ຫວຽດນາມ ໄດ້ລິເລີ່ມໃນປີ 1986 ກໍໄດ້ນຳຫວຽດນາມ ກາຍເປັນປະເທດທີ່ມີລະດັບຄວາມໄວການເຕີບໂຕດ້ານເສດຖະກິດແຖວໜ້າຂອງໂລກໃນໄລຍະ 30 ປີຜ່ານມາ.
ຍສໝ - ວັນທີ 21 ມີນາ, ຢູ່ແຂວງ ເຊີນລາ, ບໍລິສັດ CARE ປະຈໍາ ຫວຽດນາມ ໄດ້ຮ່ວມມືກັບສາຂາປູກຝັງ ແລະ ປົກປັກຮັກສາພຶດ- ພະແນກກະສິກໍາ ແລະ ພັດທະນາຊົນນະບົດແຂວງ ເຊີນລາ ກໍໄດ້ຈັດຕັ້ງພິທີເລີ່ມດຳເນີນໂຄງການ SURE - ການພັດທະນາການຫາລ້ຽງຊີບແບບຍືນຍົງໃຫ້ແກ່ແມ່ຍິງຊົນເຜົ່າສ່ວນໜ້ອຍທີ່ປູກກາເຟຢູ່ ເຊີນລາ
ຍສໝ - ບັນດາແບບເຮືອນມີເສົາໄມ້, ໂຄງຮ່າງສາມຫ້ອງກາງ ແລະ ສອງຫ້ອງຂ້າງ ພ້ອມກັບຫຼັງຄາມຸງດິນຂໍ ສອງຊັ້ນ, ອ້ອມຮອບດ້ວຍຮົ້ົ້ວຫີນທີ່ເຮັດຢ່າງພິຖີພິຖັນ... ໄດ້ສ້າງຄວາມປະທັບໃຈກັບນັກທ່ອງທ່ຽວເມື່ອມາຢ້ຽມຢາມໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນຊົນເຜົ່າມົ້ງ ຢູ່ບ້ານ ປ່າວີຮ້າ, ຕາແສງ ປ່າວີ, ເມືອງແມ່ວວາກ, ແຂວງ ຮ່າຢາງ. ນີ້ແມ່ນພື້ນທີ່ມີລັກສະນະສະເພາະດ້ານວັດທະນະທຳຂອງຊາວເຜົ່າມົ້ງ, ພ້ອມກັນນັ້ນ ກໍແມ່ນຮູບແບບໜູນຊ່ວຍໃຫ້ຊາວເຜົ່າສ່ວນໜ້ອຍຢູ່ທີ່ນີ້ ເພື່ອລົບລ້າງຄວາມຫີິວ, ຫຼຸດຜ່ອນຄວາມທຸກຍາກ.
ຍສໝ - ໃນຕອນເຊົ້າວັນທີ 22 ມີນາ, ໄດ້ດຳເນີນການທົດສອບກວດກາຄວາມລຽບຂອງໜ້ານ້ຳ, ເຕີມນ້ຳມັນລົດຈັກ, ກວດກາຄັ້ງສຸດທ້າຍກ່ອນເຂົ້າສູ່ສະໜາມແຂ່ງຂັນ... ນັ້ນແມ່ນບັນດາຮູບພາບຢູ່ທ່າກຳປັ່ນ ຖິນາຍ (ນະຄອນ ກິວເຍີນ, ແຂວງ ບິ່ງດິ່ງ).