ຕອນບ່າຍວັນທີ 23 ພຶດສະພາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານພົນເອກ Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ.
ຍສໝ - ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ດ້ວຍຫົວຂໍ້ “ນ້ຳໃຈມິດຕະພາບອັນເລິກເຊິ່ງ - ມຸ່ງໄປສູ່ອະນາຄົດ" ຈະຈັດຂຶ້ນ 3 ວັນ ຢູ່ ແຂວງ ດຽນບຽນ ໃນເດືອນ ກັນຍາ ປີ 2022.
ຍສໝ - ຕອນແລງວັນທີ 22 ພຶດສະພາ, ຫຼັງຈາກທີມບານເຕະ ຢູ 23 ຫວຽດນາມ ຊະນະ 1-0 ຕໍ່ທີມບານເຕະຢູ 23 ໄທ, ທ່ານ ຟ້າມມີງຈີ໋ງ, ນາຍົກລັດຖະມົນຕີ ໄດ້ສົ່ງຈົດໝາຍຊົມເຊີຍຄະນະຄູຝຶກ ແລະ ທີມບານເຕະຊາຍ ຢູ 23 ຫວຽດນາມ.
ຍສໝ - ຕອນຄ່ຳວັນທີ 23 ພຶດສະພາ ໄດ້ຈັດພິທີປິດງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (ຊີເກມ 31) ຢູ່ ສະໂມສອນກິລາແລ່ນ ແລະ ລານໃນຮົ່ມ (ຮ່າໂນ້ຍ).
ຍສໝ - ວັນທີ 23 ພຶດສະພາ, ຄະນະກຳມະການປະຊາຊົນ ນະຄອນ ເຫວ້ ໄດ້ສົມທົບກັບອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ຈັດພິທີເປີດໂຄງການ “ກໍ່ສ້າງນະຄອນເຫວ້ ແຫ່ງວັດທະນະທຳ ແລະ ການທ່ອງທ່ຽວທັນສະໄໝ” ໂດຍ ລັດຖະບານ ສ.ເກົາຫຼີ ອຸປະຖຳ.
ຍສໝ - ໂດຍໄດ້ຈັດຂຶ້ນລະຫວ່າງວັນທີ 23-27 ພຶດສະພາ, ຢູ່ ບາງກອກ, ປະເທດໄທ, ດ້ວຍມີຫົວຂໍ້ “ໜຶ່ງໂຄງການ ດຳເນີນງານລວມ ເພື່ອຊຸກຍູ້ການພັດທະນາແບບຍືນຍົງ ຢູ່ອາຊີ - ປະຊີຟິກ”, ກອງປະຊຸມມີການເຂົ້າຮ່ວມຂອງການນຳຂັ້ນສູງ ແລະ ຜູ້ຕາງໜ້າປະມານ 700 ທ່ານທີ່ມາຈາກ 51 ປະເທດ ແລະ ເຂດແຄວ້ນ ສະມາຊິກ ESCAP.
ຍສໝ - ວັນທີ 22 ພຶດສະພາ, ຢູ່ນະຄອນຫລວງ Prague ຂອງ ສາທາລະນະລັດ ເຊັກ, ສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ສາທາລະນະລັດ ເຊັກ ໄດ້ຈັດການຖະແຫຼງຂ່າວເພື່ອແຈ້ງກ່ຽວກັບການຈັດຄ້າຍພັກແລ້ງຂອງຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ເອີຣົບ 2022 - Vietheart Summer Camp 2022.
ຍສໝ - ຕອນເຊົ້າວັນທີ 23 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝ ສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ XV ໄດ້ໄຂຂຶ້ນຢ່າງເປັນທາງການ.
ຍສໝ - 63 ປີຜ່ານໄປ, ແຕ່ຮູບພາບຂອງທະຫານເຈື່ອງເຊີນ ຜ່ານຜ່າຄວາມຫຍຸ້ງຍາກ, ຄວາມລຳບາກ ແລະ ການເສຍສະຫຼະນາໆປະການ ເພື່ອສ້າງເສັ້ນທາງໂຮ່ຈີມິນ ທີ່ອະພິນິຫານ, ກາຍເປັນສັນຍາລັກຂອງກຳລັງແຮງແຫ່ງຄວາມສາມັກຄີແຫ່ງຊາດ.
ຍສໝ - ໂດຍມີເວລາພັກຜ່ອນພຽງມື້ດຽວ, ບັນດານັກກິລາຂອງທີມກະຕໍ້ຫວາຍໄທ ໄດ້ມີເວລາໄປທ່ຽວຊົມສະຖານທີ່ທີ່ມີຊື່ສຽງຂອງຮ່າໂນ້ຍ.
ຍສໝ - ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາຄູຝຶກ, ນັກກິລາຂອງຄະນະນັກກິລາ ຫວຽດນາມ ທີ່ໄດ້ສ້າງສະຖິຕິໃໝ່ໃຫ້ຄະນະນັກກິລາສາມາດຍາດໄດ້ຫຼຽນຄຳໃນງານມະຫາກຳກິລາຊີເກມຄັ້ງທີ 31.
ຍສໝ - ກ່າວຄໍາເຫັນທີ່ພິທີປະກາດເລີ່ມການປຶກສາຫາລືກ່ຽວກັບ IPEF, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເນັ້ນໜັກເຖິງຄວາມຈໍາເປັນຕ້ອງດັດປັບ ຮູບແບບ ເຕີບໂຕ, ເຊື່ອມຈອດເສດຖະກິດຕາມທິດຍືນຍົງກວ່າ, ສ້າງຄວາມເຂັ້ມແຂງກວ່າ, ເສີມຂະຫຍາຍກໍາລັງແຮງພາຍໃນຢ່າງສຸດຂີດ; ສົມທົບກັບກຳລັງພາຍນອກໃຫ້ຫຼາຍ ແລະ ດີທີ່ສຸດ; ເຊີດຊູລັດທິຫຼາຍຝ່າຍ ແລະ ເພີ່ມທະວີຄວາມສາມັກຄີສາກົນ ບົນພື້ນຖານຂອງຄວາມຈິງໃຈ, ຄວາມໄວ້ ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບ ...
ຍສໝ - ທີ່ການຕ້ອນຮັບທ່ານ Alok Sharma ລັດຖະມົນຕີ, ປະທານກອງປະຊຸມຄັ້ງທີ 26, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໃຫ້ຮູ້ວ່າ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການກວມລວມ, ຮອບດ້ານໃນຂົງເຂດຫັນ ປ່ຽນພະລັງງານ, ຫັນປ່ຽນຮູບແບບການເຕີບໂຕຕາມທິດສີຂຽວ, ໝູນວຽນ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາທີ່ໄດ້ຍົກອອກໃນ COP26.
ຍສໝ - ກ່ອນກອງປະຊຸມປະຈໍາປີເວທີປາໄວເສດຖະກິດໂລກ ຄັ້ງທີ 52 ຢູ່ Davos, ສະວິດ, ວັນທີ 22 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Alok Sharma ລັດຖະມົນຕີ, ປະທານກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າ ຮ່ວມສົນທິສັນແມ່ຂອງສະຫະປະຊາຊາດ (ສປຊ) ກ່ຽວກັບການປ່ຽນຂອງດິນຟ້າ ອາກາດ (COP26), ທ່ານ Borge Brende ປະທານເວທີປາໄວ ເສດຖະກິດໂລກ.
ຍສໝ - ນີ້ແມ່ນການແຂ່ງຂັນແລ່ນ Coteccons ກ໋ວາງບິ່ງ Marathon 2022, ໂດບບໍລິສັດຫຸ້ນສ່ວນກໍ່ສ້າງ Coteccons ສົມທົບກັບຄະນະກຳມະການປະຊາຊົນແຂວງ ກ໋ວາງບິ່ງ ຈັດຕັ້ງຢູ່ເຂດຟາມຜະລິດໄຟຟ້າແຮງລົມ B&T (ກ໋ວາງບິ່ງ) - ຟາມຜະລິດໄຟຟ້າແຮງລົມໃຫຍ່ທີ່ສຸດ ຫວຽດນາມ.
ຍສໝ - ຕົ້ນກົກເປືອຍ (Lagerstroemia) ຢູ່ຕາແສງຮົ່ງລຽມ ໄດ້ບານສະພັ່ງດອກໄມ້ສີອິດ (ສີມ່ວງ) ທີ່ສວຍງາມ, ດຶງດູດ ປະຊາຊົນ ແລະ ແຂກທ່ອງທ່ຽວ ເປັນຈຳນວນຫຼາຍ ມາຢ້ຽມຢາມ ແລະ ຖ່າຍຮູບໃນແຕ່ລະວັນ.
ໄລ່ຮອດທ້າຍ ວັນທີ 22 ພຶດສະພາ, ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ຫຼຽນຄຳ 206 ຫຼຽນ, ຫຼຽນເງິນ 125 ຫຼຽນ, ຫຼຽນທອງ 116 ຫຼຽນ (ລວມທັງໝົດ 447 ຫຼຽນ.)
ວັນທີ 22 ພຶດສະພາ, ພາຍຫຼັງທິມ U23 ຫວຽດນາມ ເອົາຊະນະ 1 – 0 ຂອງ ຕໍ່ທິມ U23 ໄທ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງຈົດໝາຍສະແດງຄວາມຍິນດີຕໍ່ຄະນະຄູຝຶກ ແລະ ທິມບານເຕະຊາຍ U23 ຫວຽດນາມ.
ງານບຸນເຂົ້າໃໝ່ແມ່ນຮີດຄອງປະເພນີຂອງຊາວເຜົ່າຢາຣາຍ ທີ່ດຳເນີນພາຍຫຼັງລະດູການເກັບກ່ຽວ, ດ້ວຍຄວາມໝາຍເຊີດຊູເມັດເຂົ້າ, ສະແດງຄວາມຮູ້ບຸນຄຸນຕໍ່ເທວະດາຟ້າແຖນ, ພ້ອມທັງພາວະນາຂໍໃຫ້ດິນຟ້າອາກາດເອື້ອອໍານວຍຄວາມສະດວກ, ເພື່ອໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ຄອບຄົວມີຄວາມສົມບູນພູນສຸກ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນພ້ອມກັນມ່ວນຊື່ນ, ຊົມໃຊ້ໝາກຜົນແຫ່ງການອອກແຮງງານ.
ESPN ຖືວ່າ ໄຊຊະນະນີ້, ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນທິມທີ່ເຂັ້ມແຂງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.