ຕອນຄ່ຳວັນທີ 4 ກໍລະກົດ, ກະຊວງການຕ່າງປະເທດຫວຽດນາມ ໃຫ້ຂ່າວວ່າ ທ່ານ Sergey Lavrov ລັດຖະມົນຕີຕ່າງປະເທດລັດເຊຍ ໄດ້ເດີນທາງມາຮອດຮ່າໂນ້ຍ ໃນວັນທີ 5 ກໍລະກົດ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ໃນເວລາ 2 ວັນຕາມຄຳເຊີນຂອງທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ.
ວັນທີ 30 ມິຖຸນາ, ຢູ່ເມືອງເມື່ອງລາດ ໄດ້ດໍາເນີນພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງເມືອງເມື່ອງລາດ (ແຂວງແທັງຮ໊ວາ) ແລະເມືອງວຽງໄຊ, ເມືອງສົບເບົາ, ແຂວງຫົວພັນ (ປະເທດ ສປປ ລາວ) ໄລຍະ 2022-2024.
ຍສໝ - ການພົບປະຄັ້ງນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອຫວນຄືນບັນດາຄວາມຊົງຈຳ, ຊຸມວັນທີ່ຫຍຸ້ງຍາກລຳບາກ, ບັນດາເຫດການທີ່ເກີດຂຶ້ນ ແລະ ຄວາມມານະພະຍາຍາມບືນຕົວຂຶ້ນໃນຊຸມມື້ທຳອິດທີ່ໄປຮອດເຢຍລະມັນເທົ່ານັ້ນ, ແຕ່ບັນດາສະມາຊິກ-ເຊິ່ງເຄີຍເປັນແຮງງານຮ່ວມມືໃນເມື່ອກ່ອນ-ຍັງໄດ້ແບ່ງປັນ, ລະດົມກໍາລັງໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນພາຍຫຼັງຄວາມຫຍຸ້ງຍາກ ແລະ ຄວາມເສຍຫາຍຍ້ອນພະຍາດໂຄວິດ-19 ທີ່ແກ່ຍາວມາເປັນເວລາກວ່າ 2 ປີ ໃນທົ່ວໂລກ.
ຕອນບ່າຍວັນທີ 4 ກໍລະກົດ, ຢູ່ຮ່າໂນ້ຍ, ຕາງໜ້າຄະນະປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ທ່ານ Kim Højlund Christensen ເອກອັກຄະລັດຖະທູດເດນມາກ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດ ຢູ່ຫວຽດນາມ.
ຍສໝ - ທ່ານ ໂດ໊ຮຸ່ງຫວຽດ ໄດ້ສະແດງຄວາມຊົມເຊີຍທ່ານ ປອ ອານຸລັກ ກິດຕິຄຸນ ທີ່ໄດ້ດຳລົງຕຳແໜ່ງເປັນຜູ້ອຳນວຍການຝ່າຍບໍລິຫານຄະນະເລຂາ ຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ໄລຍະ 2022-2024.
ຍສໝ - ດ້ວຍໜັງສືຜ່ານແດນຫວຽດນາມ, ນັກທ່ອງທ່ຽວສາມາດເຂົ້າ 54 ປະເທດ ແລະ ເຂດແຄ້ວນໄດ້ ໂດຍບໍ່ຕ້ອງຂໍວີຊາ.
ຍສໝ - ເຊີນບ໊າເມື່ອຍ ອ້ອມຮອບໄປດ້ວຍພູຜາປ່າດົງ ເຊັ່ນ: ປ່ອງມືວ, ປອງປາຄາ, ປອງປາກໍ, ຜາແຮ… ເຊີນບ໊າເມື່ອຍ ຍັງ “ເໝືອນດັ່ງຄົນງາມທີ່ນອນໃນປ່າ” ລໍຖ້າໃຫ້ນັກທ່ອງທ່ຽວມາປຸກລຸກ.
ງານປະກວດຮູບພາບສາກົນ “Two Country Circuit” ຄັ້ງທີ 7-ປີ 2022 ໂດຍສະໂມສອນນັກຖ່າຍຮູບ Novi Sad, Kotor ແລະ Podgorica ຂອງສອງປະເທດເຊີເບຍ ແລະມອນເຕເນໂກຣ ຈັດຕັ້ງພາຍໃຕ້ການອຸປະຖຳຂອງສະຫະສະມາຄົມນັກຖ່າຍຮູບສິລະປະສາກົນ (FIAP) ເຊິ່ງຫາກໍ່ປະກາດຜົນການປະກວດ.
ວັນທີ 4 ກໍລະກົດ, ປະເທດອາເມລິກາສະເຫຼີມສະຫຼອງ 246 ປີແຫ່ງວັນຊາດ (4-7-1776/4-7-2022). ວັນຊາດອາເມລິກາ ຍັງເອີ້ນວ່າແມ່ນວັນເອກະລາດ, ແມ່ນວັນບຸນສະຫະລັດເພື່ອສະເຫຼີມສະຫຼອງວັນປະກາດເອກະລາດໄດ້ເຊັນເມື່ອປີ 1776.
ຍສໝ - 2 ຝ່າຍເຫັນດີເພີ່ມທະວີການສົມທົບກັນລະຫວ່າງກະຊວງການຕ່າງປະເທດສອງປະເທດ ເພື່ອຮັດແໜ້ນການພົວພັນດ້ານການເມືອງ, ເສດຖະກິດ; ເປີດການການຮ່ວມມືໃນບັນດາຂົງເຂດບຸລິມະສິດເຊັ່ນ: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານທົດແທນ, ກະສິກຳເຕັກໂນໂລຢີສູງ, ນະວັດຕະກຳ, ການຮ່ວມມືພັດທະນາ, ການສຶກສາ - ບຳລຸງສ້າງ, ການພົບປະແລກປ່ຽນປະຊາຊົນ.
ຍສໝ - ທີ່ພິທີ, ທ່ານ ຫງວຽນຫງອກຮຸ່ງ, ກຳມະການຄະນະປະຈຳຄະນະພັກ ໄດ້ປະກາດຂໍ້ຕົກລົງເລກທີ 688 ແລະ 687-QD/DUK-HH ລົງວັນທີ 26 ເມສາ 2022 ຂອງຄະນະພັກກຸ່ມອົງການສູນກາງກ່ຽວກັບເລື່ອງປະດັບຫຼຽນກາອາຍຸພັກ 30 ປີ ຄັ້ງວັນທີ 19 ພຶດສະພາ 2022 ໃຫ້ແກ່ທ່ານນາງ ຫງວຽນເຟືອງງາ ແລະ ທ່ານ ຫງວຽນແອງຢຸງ.
ໃນຊຸມປີມໍ່ໆມານີ້, ກະສິກຳສົມທົບກັບການທ່ອງທ່ຽວແບບລົງຕົວຈິງໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງໃຫ້ຫລາຍຫົວຫນ່ວຍ, ຊາວກະສິກອນຢູ່ບໍລິເວນແຂວງ ເຊີນລາ. ການເຂົ້າຮ່ວມໂດຍກົງຂອງຊາວກະສິກອນໄດ້ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວເປັນຫລາຍຮູບແບບ, ຊ່ວຍແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດຂອງຊາວທ້ອງຖິ່ນ ພ້ອມທັງນຳມາເຊິ່ງລາຍຮັບເປັນປົກກະຕິໃຫ້ຊາວກະສິກອນ.
ຕາມ UOB ແລ້ວ, ການການເຕີບໂຕ ຢ່າງແຮງຂອງ GDP ຫວຽດນາມ ໃນໄຕມາດ II/2022 ໄດ້ຊຸກຍູ້ຍ້ອນການເຄື່ອນໄຫວຜະລິດ ໄດ້ເພີ່ມຄວາມໄວໃນໄຕມາດທີ 4 ຢ່າງຕໍ່ເນື່ອງ ແລະ ການຟື້ນຟູຢ່າງແຮງຂອງການເຄື່ອນໄຫວການບໍລິການ ໄດ້ຄ່ອຍໆກັບຄືນທ່າເຕີບໂຕນັບແຕ່ຄັ້ງຫຼຸດລົງສຸດທ້າຍໃນໄຕມາດທີ III/2021.
ຍສໝ - ວັນທີ 04 ກໍລະກົດ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 7 ເຊິ່ງດຳເນີນຢູ່ ມຽນມາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ວາງອີ.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 7 ຢູ່ ມຽນມາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ ດອນ ປໍຣະມັດວິໄນ.
ໂດຍຕັ້ງຢູ່ຄວາມສູງປະທານ 1200 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ຕາແສງລຸ້ງເວິນ ຂຶ້ນກັບແຂວງຮ່ວາບິ່ງແມ່ນສະຖານທີ່ ທ່ອງທ່ຽວທີ່ດູດດື່ມ ສຳລັບບໍ່ວ່າຜູ້ໃດຢາກພິຊິດເຂດຊາວເຜົ່າເມືອງ.
ເສດຖະກິດ - ສັງຄົມຕົ້ນເດືອນມິຖຸນາ ແລະ 6 ເດືອນຕົ້ນປີ 2022 ມີສັນຍານດີໃນຂົງເຂດເກືອບທັງໝົດ, ມີດ້ານບຸກທະລຸ, ສ້າງຂີດໝາຍທີ່ເຂັ້ມຂົ້ນ.
ຕອນບ່າຍວັນທີ 2 ກໍລະກົດ, ຢູ່ນະຄອນດ່ານັ້ງ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດພິທີ ສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ ປີ 2022 ແລະ ມອບຫຼຽນໄຊ, ຫຼຽນກາແຫ່ງລັດ ຫວຽດນາມ ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂອງສະຫະພັນແມ່ຍິງລາວ.
ງານປະກວດດົນຕີຕຳຫຼວດບັນດາປະເທດອາຊຽນ + 2022 ແມ່ນເຫດການພິເສດນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນ (20 ກໍລະກົດ 1962 – 20 ກໍລະກົດ 2022) ໂດຍກະຊວງຕຳຫຼວດ ຊີ້ນຳຈັດຕັ້ງ.
ລາຍການກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບຂອບຂວັນໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ລາວ ແລະ ປະຊາຊົນ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນຫຼວງ ວຽງຈັນ ແມ່ນການເຄື່ອນໄຫວປະຈຳປີ, ມີຄວາມໝາຍນະນຸດສະທໍາ, ນ້ຳໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ສະແດງຄວາມເອົາໃຈໃສ່ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ທີ່ມີຕໍ່ຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ. ນີ້ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວຕອບສະໜອງ “ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມປີ 2022”, ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ.