ຍສໝ - ລາຍການແລກປ່ຽນວັດທະນະທຳ-ສິລະປະແມ່ນຂົວເຊື່ອມຕໍ່ໃນການເປີດກວ້າງການພົບປະແລກປ່ຽນວັດທະນະທຳລະຫວ່າງປະຊາຊົນອິນເດຍ ແລະ ປະຊາຊົນແຂວງວິ້ງຟຸກ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ອິນເດຍ.
ຍສໝ - ທຶນການສຶກສານາຍົກລັດຖະມົນຕີ ມາເຂດອາຊີ (Prime Minister's Scholarships for Asia (PMSA) ຄັ້ງນີ້ໄດ້ຄັດເລືອກເອົານັກສຶກສານິວຊີແລນທີ່ດີທີ່ສຸດ 403 ຄົນ. ໃນນັ້ນ, ມີນັກສຶກສາ 52 ຄົນໄດ້ເລືອກເອົາ ຫວຽດນາມ ເປັນສະຖານທີ່ສຶກສາຂອງຕົນ.
ຍສໝ - ການນຳລັດຖະບານ, ສະພາແຫ່ງຊາດອັງກິດຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງຕັ້ງໜ້າທີ່ສຸດ, ເປັນຕົ້ນແມ່ນນັບແຕ່ເວລາສົນທິສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ໄດ້ຮັບການລົງນາມ ແລະ ມີຜົນບັງຄັບໃຊ້.
ຍສໝ - ເຫດການສາກົນກ່ຽວກັບການນໍາໃຊ້ກົນຈັກຄົບຊຸດມຸ່ງໄປສູ່ກະສິກຳແບບຍືນຍົງ ແມ່ນເຫດການທີ່ມີລັກສະນະແລກປ່ຽນການຄ້າເຕັກໂນໂລຊີ, ພິເສດແມ່ນນໍາໃຊ້ກົນຈັກໃນຂົງເຂດກະສິກຳ.
ຍສໝ - ສອງຝ່າຍໄດ້ແລກປ່ຽນ, ປຶກສາຫາລື ແລະ ເຫັນດີເປັນ ເອກະພາບບັນດາບັນຫາໂຄສະນາສື່ສານກ່ຽວກັບການເຂົ້າ-ອອກເມືອງ ແລະ ການອົບພະຍົບຢ່າງປອດໄພ, ຖືກຕ້ອງຕາມກົດໝາຍ; ບັນດາບັນຫາກ່ຽວຂ້ອງ ເຖິງການກັບຄືນບ້ານເກີດເມືອງນອນ; ນະໂຍບາຍໃໝ່ກ່ຽວກັບການເຂົ້າ-ອອກເມືອງ; ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ…
ຍສໝ - ເພື່ອຮັບໃຊ້ຄວາມຕ້ອງການໃນການເດີນທາງຂອງປະຊາຊົນໃນໂອກາດວັນຊາດທີ 2 ກັນຍາ, ບໍລິສັດຫຸ້ນສ່ວນຄິວລົດເມ ຮ່າໂນ້ຍ ໄດ້ຜັນຂະຫຍາຍແຜນການຈັດຕັ້ງການບໍລິການຮັບໃຊ້ຜູ້ໂດຍສານຢູ່ບັນດາຄິວລົດເມ.
ຍສໝ - ພຽງແຕ່ເຫັນປະຈັກຕາ ແລະ ຕິດຕາມຜ່ານຫຼາຍຂັ້ນຕອນເທົ່ານັ້ນ ຈຶ່ງສາມາດຮູ້ສຶກເຖິງການປ່ຽນແປງຂອງໝູ່ບ້ານທີ່ໃນເມື່ອກ່ອນຍັງມີປະເພນີການປູກຝັງແບບເຄື່ອນທີ່, ຊີວິດການເປັນຢູ່ທີ່ທຸກຍາກ ແລະ ຂາດແຄນ.
ຍສໝ - ການຫັນປ່ຽນດີຈີຕອນໃນການທ່ອງທ່ຽວເພື່ອພັດທະນາການທ່ອງທ່ຽວດີຈີຕອນ, ການທ່ອງທ່ຽວອັດສະລິຍະແມ່ນເນື້ອໃນທີ່ຂະແຫນງທ່ອງທ່ຽວຫວຽດນາມ ຍາມໃດກໍ່ເນັ້ນໜັກເຖິງ ແລະ ເອົາໃຈໃສ່ໃນຊຸມປີມໍ່ໆມານີ້.
ຍສໝ - ທີ່ການພົບປະຢູ່ຫ້ອງວ່າການຄະນະພັກແຂວງ, ທ່ານເລຂາຄະນະພັກແຂວງ ເລເຈື່ອງລຶວ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອທ່ານ Nikorndej Balankura - ເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເທື່ອທຽນເຫ້ວ, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບສະພາບດ້ານເສດຖະກິດ-ສັງຄົມຂອງແຂວງ.
ຍສໝ - ຫວ່າງແລ້ວນີ້, ສະຖານກົງສູນໃຫຍ່ ສິງກະໂປ ຢູ່ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 57 ປີແຫ່ງວັນຊາດ ສິງກະໂປ (9/8/1965-9/8/2022).
ຍສໝ - ເວັບໄຊທ່ອງທ່ຽວການາດາ The Travel ໄດ້ຈັດ ອ່າວຮ້າລອງ ເຂົ້າໃນບັນຊີລາຍຊື່ແຫຼ່ງທ່ອງທ່ຽວທີ່ສວຍງາມທີ່ສຸດໃນປີ 2022, ໃນອັນດັບທີ 5.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ປາແລັດສະຕິນ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ 3 ອາຍຸການ 2022 - 2027 ເພື່ອສະຫຼຸບ ແລະ ຖອດຖອນບົດຮຽນໃນໄລຍະຜ່ານມາ, ພ້ອມກັນນັ້ນ ກໍວາງທິດທາງການເຄື່ອນໄຫວໃນໄລຍະຕໍ່ໄປ.
ຍສໝ - ຫວ່າງແລ້ວນີ້, ຢູ່ສໍານັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ໃຫ້ການຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກາຕາ Sheikh Mohammed bin Abdulrahman Al-Thani, ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14 – 15 ສິງຫາ.
ຍສໝ - ຊຸດຝຶກອົບຮົມ ໂດຍຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບກະຊວງສຶກສາ ແລະ ກໍ່ສ້າງ ຈັດຕັ້ງ ແນໃສ່ຍົກສູງຄຸນນະພາບການສິດສອນ, ລະດັບວິຊາສະເພາະ, ວິຊາຄູ ຂອງນາຍຄູໃນການສອນພາສາຫວຽດ ຕາມຫຼັກສູດສະເພາະໃຫ້ ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮືງ ສະແດງຄວາມດີໃຈທີ່ໄດ້ເຂົ້າຮ່ວມ ແລະ ເປັນສັກຂີພິຍານການສ້າງຕັ້ງສະມາຄົມຊາວຫວຽດນາມ ອາໄສຢູ່ Malta, ແມ່ນເຫດການມີຄວາມໝາຍສຳຄັນໃນຊີວິດຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ Malta.
ຍສໝ - ເວັບໄຊ Moderndiplomacy.eu ຫາກໍ່ລົງບົດຂຽນຕີລາຄາກ່ຽວກັບການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ອິນເດຍ ໃນ 50 ປີຜ່ານມາ.
ຍສໝ - ເຫດການນີ້ມີຄວາມໝາຍພິເສດເມື່ອດຳເນີນໃນສະພາບການທີ່ ຫວຽດນາມ ແລະ ສ.ເກົາຫຼີ ພວມກະກຽມສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (22/12/1992 – 22/12/2022).
ຍສໝ - JB & Renée (ປະຈຸບັນອາໃສຢູ່ອາເມລິກາ) ມີຫຼາຍໂອກາດມາຫວຽດນາມ, ລອງອາຫານຫຼາຍເຍື່ອງ ແລະ ເລືອກເອົາ 45 ອາຫານຫວຽດນາມ ທີ່ແຊບທີ່ສຸດ, ຕ້ອງລອງ ເມື່ອມາຮອດດິນແດນຕົວໜັງສື S. ນີ້ແມ່ນ 10 ອາຫານວ່າງໃນບັນຊີລາຍຊື່ທີ່ເຮັດໃຫ້ພວກເຂົາຫຼົງໄຫຼ.
ຍສໝ - ເຖິງວ່າເສດຖະກິດໂລກຍັງມີການຜັນແປຢ່າງຕໍ່ເນື່ອງຈາກສະຖານະການທາງການເມືອງທີ່ເຄັ່ງຕຶງກໍ່ຕາມ, ແຕ່ທ່ານນາງ Chavinda Hanratanakool ຜູ້ອຳນວຍການຝ່າຍບໍລິຫານ KTAM ກ່າວວ່າ ໄດ້ມີສັນຍານວ່າອັດຕາເງິນເຟີ້ເລີ່ມຊ້າລົງພາຍຫຼັງທະນາຄານກາງບາງແຫ່ງໄດ້ໃຊ້ມາດຕະການຜ່ອນຄາຍຄວາມດັນເງິນເຟີ້.
ຍສໝ - ເຫດການນີ້ແມ່ນໂອກາດເພື່ອໃຫ້ຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ທົ່ວປະເທດ ເຢຍລະມັນ ໄດ້ເພີ່ມທະວີຄວາມສາມັກຄີ, ແບ່ງປັນປະສົບການ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນການຮ່ຳຮຽນ, ຄົ້ນຄ້ວາ ແລະ ໃນຊີວິດ.