ຍສໝ - ໃນຕົ້ນເດືອນກຸມພາ 2023, ຢູ່ສຳນັກງານຄະນະຜູ້ຕາງໜ້າ ອົງກາສະຫະປະຊາຊາດຫວຽດນາມ ຢູ່ນິວຢອກ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ແທນລັດຖະບານ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ Dennis Francis, ຫົວໜ້າຄະນະຜູ້ແທນ ຕຣີນີດັດ ແລະ ໂຕບາໂກ ປະຈຳສະຫະປະຊາຊາດ, ໃນນາມຕາງໜ້າໃຫ້ ລັດຖະບານ ຕຣີນີດັດ ແລະ ໂຕບາໂກ ໄດ້ລົງນາມໃນ “ຖະແຫຼງການຮ່ວມ ສ້າງຕັ້ງການພົວພັນທາງການທູດລະຫວ່າງສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ຕຣີນີດັດ ແລະ ໂຕບາໂກ”. Đầu tháng 2/2023, tại trụ sở Phái đoàn đại diện thường trực Việt Nam tại Liên hợp quốc ở New York, Đại sứ Đặng Hoàng Giang, Trưởng Phái đoàn thay mặt Chính phủ Việt Nam và Đại sứ Dennis Francis, Trưởng Phái đoàn đại diện thường trực Trinidad & Tobago tại Liên hợp quốc, thay mặt Chính phủ Trinidad & Tobago, đã ký “Thông cáo chung thiết lập quan hệ ngoại giao giữa nước Cộng hòa xã hội chủ nghĩa Việt Nam và Cộng hòa Trinidad & Tobago”.
ຍສໝ - ຫວ່າງມໍ່ໆມານີ້, ໜັງສືພິມ NZ Herald News ຂອງ ນິວຊີແລນ ໄດ້ປະກາດ Top 7 ຫາດຊາຍທະເລແຖວໜ້າໂລກ, ໃນນັ້ນ ມີດ່ານັ້ງຂອງ ຫວຽດນາມ. ນີ້ໄດ້ຮັບຖືວ່າແມ່ນສະຖານທີ່ທ່ອງທ່ຽວທີ່ດີເພື່ອອາບແດດໃນໄລຍະຜັກຜ່ອນລະດູຮ້ອນ.
ເດືອນຈຽງ ເປັນຊ່ວງເວລາທີ່ມີງານບຸນຫຼາຍທີ່ສຸດຂອງປີ ແລະ ຍັງເປັນເວລາທີ່ຄົນໄປບຸນປີໃໝ່ເພື່ອລະນຶກເຖິງກົກເຄົ້າເຫງົ້າຕໍ, ຂໍຮ້ອງໃຫ້ຄວາມໂຊກດີ, ຫຼືວ່າງ່າຍໆ ແມ່ນເວລາພັກຜ່ອນກັບຄອບຄົວ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ນະຄອນຫຼວງ Ankara, ປະເທດ ຕວກກີ, ຄະນະກຳມະການ ອາຊຽນ ຢູ່ Ankara (AAC) ໄດ້ຈັດພິທີມອບຮັບບົດບາດເປັນປະທານໜູນວຽນ AAC ຈາກທ່ານເອກອັກຄະລັດຖະທູດໄທ ໃຫ້ແກ່ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຕວກກີ ໂດເຊີນຫາຍ.
ຍສໝ - ເມື່ອເຂົ້າຮ່ວມງານບຸນ ລິມ ລະດູບານໃໝ່ປີແມວ 2023, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຟັງລາຍການສະແດງຂັບ ກວານເຫາະ, ພ້ອມກັບບັນດາການເຄື່ອນໄຫວວັດທະນະທຳ, ອາຫານການກິນ, ການລະຫຼິ້ນ ບັນເທີງ...
ດ້ວຍຖານະສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ເພື່ອແນໃສ່ປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີເປັນເອກະພາບ, ເຫັນດີເຫັນພ້ອມໃນ ອາຊຽນ, ຜ່ານນັ້ນຍົກສູງທີ່ຕັ້ງ, ຖານະບົດບາດຂອງ ຫວຽດນາມ ໃນ ອາຊຽນ ແລະ ເວທີປາໄສສາກົນ.
ພິທີດັ່ງກ່າວໄດ້ວາດພາບຄືນການເຄື່ອນໄຫວອາຊີບຊ່າງໄມ້, ຕ່ຳສາດ, ການສ້ອມແປງ ຕໍ່ເຮືອ, ພ້ອມກັບບັນດາການລະຫຼິ້ນພື້ນເມືອງ…
ຍສໝ - ໃນປີ 2023, ທ່ານນາງ Suiwah Leung ຖືວ່າ ຫວຽດນາມ ອາດຈະປະເຊີນໜ້າກັບບັນດາສິ່ງທ້າທາຍບໍ່ແມ່ນຫນ້ອຍ ເມື່ອ 3 ຄູ່ຮ່ວມມືທາງການຄ້າຫຼັກແມ່ນ ອາເມລິກາ, ສະຫະພາບ ເອີລົບ ແລະ ຈີນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ຍສໝ - ຄາດຄະເນວ່າ ຫວຽດນາມ ຈະສືບຕໍ່ຮັກສາການເຕີບໂຕຢູ່ລະດັບສູງໃນປີນີ້ ເຊິ່ງຢູ່ລະດັບ 6% ຫາ 7,3% - ລະດັບການເຕີບໂຕຂຶ້ນກັບກຸ່ມລະດັບສູງທີ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ
ຍສໝ -ຜູ້ວ່າການ Hattori Seitaro ມີຄວາມສົນໃຈພິເສດຕໍ່ໂຄງການເວທີປາໄສບັນດາວິສາຫະກິດ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນທົ່ວໂລກ ຄັ້ງທີ 2 ຢູ່ Fukuoka.
ຍສໝ - ເນື່ອງໃນໂອກາດ 73 ປີແຫ່ງວັນ ສປປ.ເກົາຫຼີ ແລະ ຫວຽດນາມ ສ້າງຕັ້ງການພົວພັນທາງການທູດ (31 ມັງກອນ ປີ 1950 – 31 ມັງກອນ 2023), ວັນທີ 1 ກຸມພາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ອອກບົດຂຽນເຊີດຊູການພົວພັນທີີ່ບໍ່ມີການປ່ຽນແປງຜ່ານວັນເວລາ.
ຍສໝ - ຂໍ້ມູນຈາກກົມການເດີນທະເລ ຫວຽດນາມ (ກະຊວງຄົມມະນາຄົມ ແລະ ຂົນສົ່ງ) ໃຫ້ຮູ້ວ່າ ຕາມການສະຖິຕິຂອງສະມາຄົມວິສາຫະກິດ ອາເມລິກາ ສະແດງໃຫ້ເຫັນວ່າ ຈຳນວນຜະລິດຕະພັນສົ່ງອອກນຳເຂົ້າຜ່ານທາງທະເລຂອງ ຫວຽດນາມ ໄປຍັງ ອາເມລິກາ ຢຶນຢູ່ອັນດັບທີ 2 ໃນອາຊີ (ຖັດຈາກຈີນ)
ຍສໝ - ວັນທີ 31 ມັງກອນ, ສະຖານກົງສູນໃຫຍ່ ຍີ່ປຸ່ນ ປະຈຳດ່ານັ້ງ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ມອບຮັບວັດຖຸອຸປະກອນການແພດ ທີ່ຈຳເປັນໃຫ້ແກ່ແຂວງກ໋ວາງຈິ ເພື່ອແນໃສ່ໜູນຊ່ວຍບັນດາພະນັກງານແນວໜ້າເຂດຊາຍແດນ, ຮັບປະກັນວິວັດການເປີດປະຕູຊາຍແດນສາກົນຂອງຫວຽດນາມ ໃຫ້ມີການດຳເນີນຢ່າງປອດໄພ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930-3/2/2023), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ ໄດ້ສົ່ງໂທລະເລກອວຍພອນໄປຍັງຄະນະບໍລິຫານງານສູນການພັກກອມມູນິດ ຫວຽດນາມ.
ຍສໝ - ວັນທີ 1 ກຸມພາ, ທີ່ສຳນັກງານຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ Dennis Francis, ຫົວໜ້າຄະນະຜູ້ຕາງໜ້າ Trinidad & Tobago ປະຈຳ ສປຊ ໄດ້ເຊັນ “ແຈ້ງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ປະເທດ ສສ.ຫວຽດນາມ ແລະ ສ. Trinidad & Tobago”.
ຍສໝ - ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມຊົມເຊິຍທ່ານພັນເອກ Jaroslaw Bondalski ທີ່ຮັບໜ້າທີ່ເປັນທີ່ປຶກສາທູດປ້ອງກັນຊາດໂປໂລຍ ປະຈໍາ ຫວຽດນາມ...
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ນຳສືບຕໍ່ໃຫ້ບຸລິມະສິດຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟິ້, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາດຸ່ນດ່ຽງໃຫຍ່.
ຕອນບ່າຍວັນທີ 2 ກຸມພາ, ຢູ່ຮ່າໂນ້ຍ, ຄະນະພັກຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງພິທີມອບກາໝາຍ 55 ປີເປັນສະມາຊິກພັກໃຫ້ແກ່ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ.
ຍສໝ - ການສື່ສານນະໂຍບາຍໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນໜ້າທີ່ສຳຄັນຊ່ວຍຊາວຫວຽດນາມອາໄສຢູ່ຕ່າງປະເທດມີຄວາມເຂົ້າໃຈແຈ້ງ, ຖືກຕ້ອງກ່ຽວກັບແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ປະກອບສ່ວນເຂົ້າໃນການປົກປ້ອງພື້ນຖານແນວຄິດຂອງພັກໃນຂົງເຂດຖະແຫຼງການການຕ່າງປະເທດ.
ຍສໝ - ຮ່າໂນ້ຍ ຢູ່ທຽບຄຽງກັບບັນດາສະຖານທີ່ຄື Rome (ອີຕາລີ), Paris (ຝລັ່ງ) ຫຼື Barcelona (ແອັດສະປາຍ) ໃນບັນຊີລາຍຊື່ບັນດາຈຸດນັດພົບທີ່ມີພື້ນຖານອາຫານການກິນທີ່ດຶງດູດໃຈທີ່ສຸດໃນໂລກ, ໂດຍພື້ນຖານການທ່ອງທ່ຽວ Tripadvisor ຄັດເລືອກ.