ຕອນບ່າຍວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນ, ໃນຂອບເຂດການໄປຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີກະຊວງການຄ້າສາກົນ ອັງກິດ Anne Marie Trevelyan.
ຕອນບ່າຍວັນທີ 29 ມິຖຸນາ, ທີ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນຕີ ຮວີງຈຽນຖັງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ນໍາໂດຍທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ວັນທີ 29 ມິຖຸນາ, ກອງປະຊຸມ “ເຊື່ອມຊຶມ ແລະ ຜັນຂະຫຍາຍວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່” ໄດ້ດຳເນີນຢູ່ ຮ່າໂນ້ຍ ແລະ ໄດ້ເຊື່ອມຕໍ່ກັບເກືອບ 200 ສະຖານທີ່ຖ່າຍທອດສົດຢູ່ພາຍໃນປະເທດ ແລະ ຕ່າງປະເທດ.
ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນບ່າຍວັນທີ 29 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານເຄືອຂ່າຍມິດຕະພາບ ຫວຽດນາມ - ອັງກິດ (Vietnam- UK Network) Warwick Morris.
ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ຫາກໍ່ຈັດຕັ້ງການພົບປະເຈລະຈາກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍລິຄໍາໄຊ, ຄໍາມ່ວນ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ.
ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຖະຫວາຍດອກໄມ້ຢູ່ປ້າຍອາໄລຫາ ປະທານໂຮ່ຈີມິນ, ຢູ່ອາຄານ New Zealand, ຖະໜົນ Hay Market, ນະຄອນຫຼວງ ລອນດອນ.
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາສູງ ອັງກິດ John Mcfall ແລະ ທ່ານ ປະທານສະພາຕ່ຳ Linsay Hoyle, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການໃນລະຫວ່າງວັນທີ 28 - 30 ມິຖຸນາ.
ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນປະເທດອັງກິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງ ອັງກິດ John Mcfall.
ປັດຈຸບັນ, ພື້ນຖານເສດຖະກິດຂອງ ຫວຽດນາມ ແລະ ເຊັກໂກ ພວມພັດທະນາຕາມຈັ່ງຫວະຂະຫຍາຍຕົວສູງ ແລະ ພ້ອມກັນເຊື່ອມໂຍງຢ່າງເລິກເຊິ່ງເຂົ້າໃນພື້ນຖານເສດຖະກິດໂລກ ແລະ ພາກພື້ນ.
ວັນທີ 29 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ມີການພົບປະສົນທະນາແບບທາງໄກກັບທ່ານຮອງຫົວໜ້າກຳມະການຄະນະຜູ້ປະຈຳການສະພາຜູ້ແທນປະຊາຊົນແຫ່ງຊາດ (ສະພາແຫ່ງຊາດ) ຈີນ ກວ໊າງເຊີ໊ນ.
ຍສໝ - ຕອນບ່າຍວັນທີ 30 ມິຖຸນາ, ທີ່ການຕ້ອນຮັບທ່ານ Furukawa Yoshihisa ລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນ: ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສະຫນັບສະຫນູນ ແລະ ສ້າງເງື່ອນໄຂໃຫ້ແກ່ການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການລະຫວ່າງສອງປະເທດ, ປະກອບສ່ວນແທດຈິງເຂົ້າໃນການພັດທະນາຂອງ ຫວຽດນາມ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃຫ້ນັບມື້ນັບລົງເລິກ, ແທດຈິງ ແລະ ມີປະສິດທິຜົນ.
ໂດຍຮັບຄໍາເຊີນຂອງປະທານສະພາສູງອັງກິດ John Mcfall ແລະປະທານສະພາຕ່ຳອັງກິດ Lindsay Hoyle, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ໄປຢ້ຽມຢາມສະຫະພັນລາຊະອານາຈັກອັງກິດ ແລະໄອແລນເໜືອ ຢ່າງເປັນທາງການໃນລະຫວ່າງ ວັນທີ 28-30 ມິຖຸນາ.
ຍສໝ-ນັ້ນແມ່ນຄຳຢືນຢັນຂອງທ່ານຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ໂດ້ຮຸ່ງຫວຽດ ໃນຂອບເຂດກອງປະຊຸມສະໄໝສາມັນ ຄັ້ງທີ 50,ສະພາສິດທິມະນຸດສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງການສົນທະນາປະຈຳປີກ່ຽວກັບສິດທິແມ່ຍິງຢູ່ Geneva,ສະວິດເຊີແລນ.
ຍສໝ-ວັນທີ 28ມິຖຸນາ, ພະແນກທ່ອງທ່ຽວຮ່າໂນ້ຍໄດ້ປະກາດໝາກຜົນຂອງການເຄື່ອນໄຫວທ່ອງທ່ຽວໃນ 6 ເດືອນຕົ້ນປີ 2022.
ໃນຂອບເຂດການຢ້ຽມຢາມອັງກິດຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນານີ້ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງລອນດອນ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Ian Hatton, ປະທານສະພາບໍລິຫານກຸ່ມບໍລິສັດ Enterprize Enegy (EE). ກຸ່ມບໍລິສັດພວມຈັດຕັ້ງປະຕິບັດ ໂຄງການ ໄຟຟ້າແຮງລົມນອກຝັ່ງທະເລ ທັງລອງວີນ ດ້ວຍກຳລັງ ການຜະລິດໄຟຟ້າ 3,4 GW ແລະ ໂຄງການຜະລິດຮີດໂຣແຊນທັງລອງ Wind 2 ດ້ວຍກຳລັງການຜະລິດ 2GW ຢູ່ແຂວງບີງຖ້ວນ.
ຕາມຕົວເລກຂອງກົມພາສີ ຫວຽດນາມ ປະກາດທີ່ເວທີປາໄສແລ້ວ, ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ - Turkmenistan ໃນປີ 2021 ບັນລຸ 0,56 ລ້ານ USD.
ພິທີເປີດງານວາງສະແດງດັ່ງກ່າວຈະດຳເນີນໃນວັນທີ 18 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງ 2 ປະເທດ.
ທ່ານ ຫວໍວັນເທືອງ ຢືນຢັນວ່າ ພັກກອມມູນິດ ຫວຽດນາມ ຖືເປັນສຳຄັນການພົວພັນທີ່ເປັນມູນເຊື້ອມິດຕະພາບກັບບັນດາພັກກອມມູນິດ, ຝ່າຍຊ້າຍ ໃນນັ້ນມີພັກ CPI-M, ເຫັນດີຊຸກຍູ້ການພົວພັນລະຫວ່າງ 2 ພັກ.
ການສົນທະນາໂດຍມີການເຂົ້າຮ່ວມຂອງບັນດານັກບັນລະຍາຍເຊິ່ງແມ່ນນັກຊ່ຽວຊານທີ່ມີອິດທິພົນຊື່ສຽງມາຈາກ 14 ປະເທດ ແລະ ເຂດແຄ້ວນ; ຜູ້ຕາງໜ້າມາຈາກສະຫະປະຊາຊາດ, ເອກອັກຄະລັດຖະທູດ ແລະ ຜູ້ແທນສາກົນ 53 ທ່ານທີ່ມີໜ້າຢູ່ ຫວຽດນາມ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ກະຊວງຍຸຕິທຳ ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ - ຍີ່ປຸ່ນ ກ່ຽວກັບດ້ານກົດໝາຍ ແລະ ຍຸຕິທຳ ແລະ ຢັ້ງຢືນ ຫວຽດນາມ ສະໜັບສະໜູນຂໍ້ສະເໜີຂອງຍີ່ປຸ່ນ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳລະຫວ່າງ ອາຊຽນ - ຍີ່ປຸ່ນ.