ຍສໝ - ຫວ່າງແລ້ວນີ້, ຈາກຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບູຍແທັງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງ ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ EU ທ່ານ Josep Borrell.
ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາງລອງ ຢືນຢັນວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະ ຍືນຍົງ.
ຍສໝ - ສືບຕໍ່ການເຄື່ອນໄຫວທີ່ກອງປະຊຸມປະຈຳປີຄັ້ງທີ 52 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ Davos (ສະວິດເຊີແລນ), ວັນທີ 23-24 ພຶດສະພາ ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມດ້ວຍຫົວຂໍ້ “ອາຊຽນດິຈິຕອລສຳລັບທຸກຄົນ” ແລະ ການໂອ້ລົມສົນທະນາລະຫວ່າງບັນດາຜູ້ນຳດ້ວຍຫົວຂໍ້ “ການສ້າງເສດຖະກິດເຂັ້ມແຂງດ້ວຍຕົນເອງໃຫ້ແກ່ການເຕີບໂຕແບບຍືນຍົງ”.
ຈຸດປະສົງຂອງໂຄງການແມ່ນເພື່ອແນໃສ່ຍົກສູງກຳລັງຄວາມສາມາດຂອງຂັ້ນຮາກຖານໃນການເບິ່ງແຍງດູແລສຸຂະພາບເບື້ອງຕົ້ນຢູ່ຂັ້ນທ້ອງຖິ່ນ ໃນການຄວບຄຸມການຕິດເຊື້ອລະຫວ່າງຄົນກັບຄົນ ແລະ ສະໜອງບັນດາການບໍລິການເບິ່ງແຍງດູແລສຸຂະພາບທີ່ຈຳເປັນ.
ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ຫວັງວ່າ ພົນທະຫານເສນາຮັກ ຈະສືບທອດ, ເສີມຂະຫຍາຍໝາກຜົນ, ຜົນງານ ແລະ ບົດຮຽນປະສົບການທີ່ບັນລຸໄດ້ໃນໄລຍະຜ່ານມາໃຫ້ເປັນຢ່າງດີ, ປະຕິບັດສຳເລັດໜ້າທີ່; ພ້ອມທັງປະຕິບັດບົດບາດເປັນ “ທູດ” ແຫ່ງສັນຕິພາບ ແລະ ນ້ຳໃຈມິດຕະພາບ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງປະເທດຊາດ ແລະ ກອບທັບປະຊາຊົນ ຫວຽດນາມ ໃນເວທີສາກົນ.
ຕອນບ່າຍວັນທີ 24/5, ຢູ່ຫໍສະພາແຫ່ງຊາດ, ໄດ້ດຳເນີນການພົບປະ ແລະ ຜັນຂະຫຍາຍການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດຍິງ ຊຸດທີ XV.
ຍສໝ - ອົງການກວດກາ ແລະ ຄວາມປອດໄພດ້ານອາຫານ ທີ່ຂຶ້ນກັບກະຊວງກະສິກຳຂອງອາເມລິກາ ຫາກໍ່ໄດ້ຮັບຮອງເອົາໂຮງງານປຸງແຕ່ງປາປຶ່ງ ຂອງຫວຽດນາມ ອີກ 6 ແຫ່ງທີ່ໄດ້ຮັບອະນຸຍາດໃຫ້ສົ່ງອອກໄປຕະຫຼາດແຫ່ງນີ້.
ຍສໝ - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງປະທານາທິບໍດີ ເກຣັກ ແມ່ນບາດກ້າວສຳຄັນ, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ 2 ປະເທດ.
ຍສໝ - 4 ເດືອນຕົ້ນປີ 2022, ທັງ 5 ທະວີບລ້ວນແຕ່ເພີ່ມການນໍາເຂົ້າສິນຄ້າຈາກຫວຽດນາມ, ໃນນັ້ນ ອາຊີ ໄດ້ນໍາເຂົ້າ 57,25 ຕື້ USD, ເພີ່ມຂຶ້ນ 13%; ທະວີບອາເມລິກາ 42,74 ຕື້ USD, ເພີ່ມຂຶ້ນ 21%; ເອີຣົບ ເພີ່ມຂຶ້ນ 14.9%...
ວັນທີ 19 ເມສາຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ເຊັນຂໍ້ຕົກລົງອະນຸມັດຍຸດທະສາດການນຳເຂົ້າສົ່ງອອກສິນຄ້າຮອດປີ 2030 ດ້ວຍເປົ້າໝາຍນຳເຂົ້າສົ່ງອອກແບບຍືນຍົງດ້ວຍໂຄງປະກອບດຸນດ່ຽງ, ກົມກຽວ, ເສີມຂະຫຍາຍທ່າໄດ້ປຽບການແກ້ງແຍ້ງ, ພັດທະນາເຄື່ອງໝາຍສິນຄ້າຫວຽດນາມ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນລະບົບມູນຄ່າທົ່ວໂລກ,ແມ່ນກຳລັງຫນູນຂອງການເຕີບໂຕດ້ານເສດຖະກິດຢ່າງວ່ອງໄວແລະຍືນຍົງ. ໃນຍຸດທະສາດນີ້ ລັດຖະບານກໍ່ໄດ້ກຳນົດວິວັດການແລະບາດກ້າວເດີນຢ່າງລະອຽດກ່ຽວກັບການສົ່ງອອກ, ນຳເຂົ້າໃຫ້ແກ່ແຕ່ລະໄລຍະ(2021-2025 ແລະ 2025-2030), ພ້ອມທັງວາງອອກບັນດາມາດຕະການເພື່ອຜັນຂະຫຍາຍການປະຕິບັດ.
ຕອນບ່າຍວັນທີ 25/5, ຢູ່ຫໍສະພາແຫ່ງຊາດ, ການນຳພັກ ແລະ ລັດ ໄດ້ມີການພົບປະກັບບັນດາສະມາຊິກ ສະພາແຫ່ງຊາດຊຸດທີ 15 ທີ່ເປັນຊາວເຜົ່າສ່ວນໜ້ອຍ.
ແຂວງເງະອານ ກໍາລັງຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ເສີມຂະຫຍາຍ ແລະເພີ່ມທະວີການພົວພັນກັບແຂວງຊຽງຂວາງ, ໃນນັ້ນມີການຊາບຊຶມແຜນນະໂຍບາຍ, ແນວທາງ, ທັດສະນະການນໍາຂອງສອງພັກ, ສອງລັດຫວຽດນາມ-ລາວ; ເອົາໃຈໃສ່ຊີ້ນໍາທຸກຂັ້ນ, ທຸກຂະແໜງການໃນແຂວງຕັ້ງໜ້າ, ເປັນເຈົ້າການສົມທົບກັນ, ຮ່ວມມືຢ່າງແໜ້ນແຟ້ນກັບທຸກຂັ້ນ, ຂະແໜງການຂອງແຂວງຊຽງຂວາງ ໃນທຸກຂົງເຂດຢ່າງເປັນປະຈໍາ; ຫັນບັນດາໂຄງການກະທໍາທີ່ໄດ້ລົງນາມ, ຮ່ວມມືເປັນລະອຽດ.
ຕອນບ່າຍວັນທີ 24 ພຶດສະພາ, ຢູ່ນະຄອນວິງ, ຄະນະປະຕິບັດງານພິເສດແຂວງເງະອານ ແລະ 3 ແຂວງຂອງປະເທດ ສປປ ລາວແມ່ນ ຊຽງຂວາງ, ວຽງຈັນ, ໄຊສົມບູນ ຈັດຕັ້ງການພົບປະເຈລະຈາການເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການສົມທົບກັນຊອກຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ 2022-2023.
ເນື່ອງໃນໂອກາດກອງປະຊຸມຄັ້ງທີ 7 ເວທີປາໄສທົ່ວໂລກກ່ຽວກັບການຫຼຸດຜ່ອນໄພທຳມະຊາດ (GP2022) ເຊິ່ງດຳເນີນແຕ່ລະຫວ່າງວັນທີ 23-28 ພຶດສະພາ ຢູ່ເກາະບາລີ (ອິນໂດເນເຊຍ), ອາຊຽນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮັບມືກັບໄພທຳມະຊາດ, ດ້ວຍຄຳໝັ້ນສັນຍາລະອຽດຫຼາຍຢ່າງ.
ຕອນເຊົ້າວັນທີ 24 ພຶດສະພາ, ທີ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດສາກົນດົ່ງເຕີມ (ເມືອງບາເທືອກ, ແຂວງແທັງຮວ໊າ), ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງແທັງຮວ໊າ ໄດ້ຈັດຕັ້ງພິທີໄຫວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ.
ຕາມຂໍ້ມູນສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີແລ້ວ, ຍອດມູນຄ່າການສົ່ງອອກ-ນໍາເຂົ້າສິນຄ້າຂອງຫວຽດນາມ ໃນໄລຍະ 1 ຂອງເດືອນພຶດສະພາປີ 2022 (ໃນລະຫວ່າງວັນທີ 1-15 ພຶດສະພາ) ບັນລຸ 28,34 ຕື້ໂດລາສະຫະລັດ, ຫຼຸດລົງ 15,6% (ເທົ່າກັບ 5,3 ຕື້ໂດລາສະຫະລັດ) ເມື່ອທຽບກັບຜົນໄດ້ປະຕິບັດໃນເຄິ່ງທ້າຍເດືອນເມສາປີ 2022.
ຕອນບ່າຍວັນທີ 23 ພຶດສະພາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານພົນເອກ Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ.
ຍສໝ - ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ດ້ວຍຫົວຂໍ້ “ນ້ຳໃຈມິດຕະພາບອັນເລິກເຊິ່ງ - ມຸ່ງໄປສູ່ອະນາຄົດ" ຈະຈັດຂຶ້ນ 3 ວັນ ຢູ່ ແຂວງ ດຽນບຽນ ໃນເດືອນ ກັນຍາ ປີ 2022.
ຍສໝ - ຕອນແລງວັນທີ 22 ພຶດສະພາ, ຫຼັງຈາກທີມບານເຕະ ຢູ 23 ຫວຽດນາມ ຊະນະ 1-0 ຕໍ່ທີມບານເຕະຢູ 23 ໄທ, ທ່ານ ຟ້າມມີງຈີ໋ງ, ນາຍົກລັດຖະມົນຕີ ໄດ້ສົ່ງຈົດໝາຍຊົມເຊີຍຄະນະຄູຝຶກ ແລະ ທີມບານເຕະຊາຍ ຢູ 23 ຫວຽດນາມ.
ຍສໝ - ຕອນຄ່ຳວັນທີ 23 ພຶດສະພາ ໄດ້ຈັດພິທີປິດງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (ຊີເກມ 31) ຢູ່ ສະໂມສອນກິລາແລ່ນ ແລະ ລານໃນຮົ່ມ (ຮ່າໂນ້ຍ).