ກ່ອນການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ເຊິ່ງຈະດຳເນີນແຕ່ວັນທີ 25 ມັງກອນ - 2 ກຸມພາ. ສື່ມວນຊົນລາວໄດ້ລົງຂ່າວກ່ຽວກັບວຽກງານກະກຽມບຸກຄະລາກອນ ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ສະແດງຄວາມຍິນດີຕໍ່ບັນດາຜົນງານທີ່ບຸກທະລຸຂອງ ຫວຽດນາມ ໃນປີ 2021, ກາຍເປັນແບບຢ່າງປະສົບຜົນສຳເລັດທີ່ຫາຍາກໃນໂລກ ກ່ຽວກັບການຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ພ້ອມທັງຍັງຮັກສາໄດ້ການພັດທະນາເສດຖະກິດ - ສັງຄົມໃນສະພາບການເສດຖະກິດໂລກຖືກຊຸດໂຊມຢ່າງຮ້າຍແຮງທີ່ສຸດໃນທົດສະວັດ.
ຍສໝ - ເນື່ອງໃນໂອກາດທ່ານ Sir Joseph R. Biden Jr. ໄດ້ຮັບຕຳແໜ່ງເປັນປະທານາທິບໍດີສະຫະລັດອາເມລິກາ ຄັ້ງທີ 46, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມຊົມເຊີຍ ແລະ ອວຍພອນ.
ຍສໝ - ໃນຊຸມວັນສຸດທ້າຍ ຂອງປີ 2021, ການປະຕິບັດງານຢູ່ທ່າເຮືອແມ່ນມີຄວາມຂ້ຽວຂາດຫຼາຍ, ສະນັ້ນມັນຍັງມີຄວາມສ່ຽງທີ່ຈະແຜ່ລະບາດຂອງພະຍາດ COVID-19. ເພື່ອແນໃສ່ປ້ອງກັນຄວາມສ່ຽງໃນການແຜ່ລະບາດດ້ວຍຜ່ານທາງທະເລ, ກຳລັງປະຕິບັດໜ້າທີ່ຂອງແຂວງກວາງນາມ ໄດ້ເພີ່ມທະວີການຄວບຄຸມຢູ່ບັນດາເຂດທະເລ, ພິເສດແມ່ນໃນໂອກາດບຸນປີໃໝ່.
ຍສໝ - ສະມາຄົມຈະແມ່ນສະຖານທີ່ເຕົ້າໂຮມ ແລະ ລະດົມກຳລັງໃຈນັກຮົບອາສາສະໝັກ, ຊ່ຽວຊານ ແລະ ທະຫານຫວຽດນາມຊ່ວຍກຳປູເຈຍໃນການຮັກສາ ແລະ ສົ່ງເສີມກຽດສັກສີຂອງບັນດານາຍທະຫານລຸງໂຮ່, ປະກອບສ່ວນຄວາມພະຍາຍາມ ແລະ ສະຕິປັນຍາເຂົ້າໃນວຽກງານສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດ...
ຫວ່າງແລ້ວນີ້, ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດ ຄະນະພັກ-ຄະນະນຳ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ຊຶ່ງນຳໂດຍ ທ່ານ ບໍ່ວຽງຄຳ ວົງດາລາກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກວຕ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ (20 ມັງກອນ) ຄົບຮອບ 72 ປີ (1949-2021) ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ພົທ ທອງລອຍ ສີລິວົງ ຫົວໜ້າກົມໃຫຍ່ ການເມືອງກອງທັບ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ.
ໃນໂອກາດ ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ທີ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 13-15 ມັງກອນ 2021, ຄະນະບໍລິຫານງານສູນກາງພັກ ຂອງບັນດາພັກເພື່ອນມິດ ໃນພາກພື້ນຕ່າງໆຂອງໂລກ ຈຳນວນ 50 ພັກ, 7 ອົງການຈັດຕັ້ງຂອງພັກ ແລະ ລັດ ຫວຽດນາມ ແລະ 1 ສຳພັນຄົນລາວ ຢູ່ຕ່າງປະເທດ ໄດ້ສົ່ງສານຊົມເຊີຍມາຍັງ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ເພື່ອສະແດງຄວາມ ຂໍ່ານັບຊົມເຊີຍຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ກໍຄື ຜົນງານໃນຕະຫລອດໄລຍະ 65 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນ ປະຕິວັດລາວ ແລະ ຜົນງານ 45 ປີ ແຫ່ງການສ້າງ ສາພັດທະນາ ປະເທດຊາດຂອງ ສປປ ລາວ, ພ້ອມທັງອວຍພອນໄຊ ອັນປະເສີດ ໃຫ້ແກ່ການນຳພັກ-ລັດ, ສະມາຊິກພັກ ແລະ ປະຊາຊົນລາວ ຈົ່ງສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ ໃຫຍ່ຫລວງກວ່າເກົ່າ ແລະ ສະ ແດງຄວາມເຊື່ອໝັ້ນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ກັບ ພັກປະຊາຊົນ ປະຕິວັດລາວ.
ໃນວັນທີ 20 ມັງກອນ 2021 ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ທາເກວະກະ ເຄໂຊ ໄດ້ຕາງໜ້າມອບລົດ ລາດຕະເວນ ໃຫ້ແກ່ ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ກະຊວງ ປ້ອງກັນຄວາມສະຫງົບ ນະຄອນ ຫລວງວຽງຈັນ ພາຍໃຕ້ໂຄງການຊ່ວຍເຫລືອລ້າ ເພື່ອສົ່ງເສີມ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ຍີ່ປຸ່ນ ໃຫ້ແກ່ ສປປ ລາວ. (ໃນຂົງເຂດປ້ອງກັນຄວາມສະຫງົບ).
ໃນວັນທີ 21 ມັງກອນ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມ ວົງແຄບລັດຖະມົນຕີ ຕ່າງປະເທດອາຊຽນ ແບບທາງໄກ ເຊິ່ງເປັນກອງປະຊຸມທຳອິດ ພາຍໃຕ້ການເປັນປະທານ ອາຊຽນຂອງ ບຣູໄນ ດາຣູຊາລາມ (ສຳລັບສົກປີ 2021) ໂດຍມີບັນດາລັດຖະມົນຕີ ຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຕື່ມອີກ.
ໃນວັນທີ 21 ມັງກອນ 2021, ທ່ານ ນາງ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງ ສາທາລະນະສຸກ ໄດ້ລາຍງານສະພາບ ການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ວ່າ: ການເກັບຕົວຢ່າງ ມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 20 ມັງກອນ 2021, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 149 ຄົນ, ໃນນັ້ນມີ 72 ຕົວ ຢ່າງຈາກ ບຸກຄົນທົ່ວໄປບໍ່ມີອາການ, ແຮງງານລາວ ກັບມາແຕ່ໄທບໍ່ມີອາການ 21 ຕົວຢ່າງ, ແຮງງານຈີນບໍ່ມີອາການ 53 ຕົວຢ່າງ ແລະ ແຮງງານ ຫວຽດນາມ 03 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.
ຍສໝ - ລາວ - ຫວຽດນາມພວມສືບຕໍ່ຜັນຂະຫຍາຍອະນຸສັນຍາ ແລະແຜນການຮ່ວມມືປະຈໍາປີ, ສຸມໃສ່ຂົງເຂດຕ່າງໆ ເປັນຕົ້ນຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການສົມທົບກັນລະຫວ່າງບັນດາກໍາລັງຄຸ້ມຄອງ ແລະປົກປັກຮັກສາຊາຍແດນສອງປະເທດ ລາວ - ຫວຽດນາມ ໃນການປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດປະເພດຕ່າງໆ...
ຍສໝ - ເຂົ້າຮ່ວມພິທີມີທ່ານພົນໂທ ຫງວຽນຈິ້ວິງ, ກຳມະການກົມການເມືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຜູ້ຕາງໜ້າບາງກະຊວງ, ຂະແໜງການ, ທ້ອງຖິ່ນ. ສ່ວນຝ່າຍອາເມລິກາມີການ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ອາເມລິກາປະຈຳຫວຽດນາມ.
ຍສໝ - ທ່ານພົນໂທ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ.ລາວ ໄດ້ຢືນຢັນຄືດັ່ງກ່າວເມື່ອຮັບຈົດໝາຍອວຍພອນຂອງທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະຄະນະພັກຕໍາຫຼວດສູນກາງຫວຽດນາມ.
ຍສໝ - ການພົວພັນລະຫວ່າງ ຫວຽດນາມ ລາວ ສືບຕໍ່ແມ່ນແບບຢ່າງທີ່ດີເດັ່ນໃນການພົວພັນສາກົນ, ບໍ່ພຽງແຕ່ສືບຕໍ່ໃສແຈ້ງ, ບໍລິສຸດພຸດຜ່ອງ ຫາກຍັງຍິ່ງພິເສດກ່ວາເກົ່າ.
ຍສໝ - ໂຄງການພັດທະນາຂອງສປຊ ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍບັນດາປະເທດໃນພາກພື້ນອາຊີ - ປາຊີຟິກໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19 ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.
ຍສໝ - ທ່ານຮອງສາດສະດາຈານ Bilveer Singh ສັງກັດມະຫາວິທະຍາໄລ ແຫ່ງຊາດ ສິງກະໂປ ໄດ້ຕີລາຄາ ກ່ຽວກັບການພັດທະນາ, ທີ່ຕັ້ງບົດບາດຂອງ ຫວຽດນາມໃນ 5 ປີຜ່ານມາ ແລະ ບັນດາສິ່ງທ້າທາຍໃນໄລຍະຈະມາເຖິງ.
ຍສໝ - ທ່ານ ຮອງສາດສະດາຈານ, ປ.ອ ບຸຍເຍິດກວາງ, ປະທານສະພາບັນດິດ ວິທະຍາສາດ ສັງຄົມ ຫວຽດນາມ ຊີ້ແຈ້ງວ່າ ດ້ວຍບັນດາຄວາມມານະພະຍາຍາມໜູນຊ່ວຍຂອງລັດຖະບານກ່ຽວກັບເສດຖະກິດ, ການໜູນຊ່ວຍສັງຄົມຕໍ່ວິສາຫະກິດ, ຜູ້ອອກແຮງງານ ແລະ ປະຊາຊົນ, ສິ່ງນີ້ໄດ້ປະກອບສ່ວນນຳການເຕີບໂຕເສດຖະກິດປີ 2020 ຢູ່ລະດັບສູງທີ່ສຸດທີ່ສາມາດບັນລຸໄດ້ໃນສະພາບການເກີດໂລກລະບາດໂຄວິດ - 19.
ຍສໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ Dato Erywan Pehin Yusof ໄດ້ສະແດງຄວາມອວຍພອນຫວຽດນາມທີ່ໄດ້ປະຕິບັດອາຍຸການດຳລົງຕຳແໜ່ງເປັນປະທານອາຊຽນປີ 2020 ຢ່າງສຳເລັດ, ພິເສດແມ່ນໄດ້ນຳພາອາຊຽນຜ່ານຜ່າສິ່ງທ້າທາຍຄວາມຫຍຸ້ງຍາກ ທີ່ຍັງບໍ່ເຄີຍມີມາກ່ອນ.
ຍສໝ - ເສດຖະກິດຫວຽດນາມ ພວມໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກພະຍາດໂຄວິດ-19, ແຕ່ບັນດາມາດຕະການຢ່າງຂ້ຽວຂາດກວ່າ, ຄົບຊຸດກວ່າກໍ່ພວມໄດ້ຜັນຂະຫຍາຍເພື່ອຟື້ນຟູ ແລະພັດທະນາເສດຖະກິດ.
ຍສໝ - ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊິວິດທະຫານເຂດ II ໄດ້ພົບເຫັນອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອລາວ 14 ອັດຖິ.