ວັນທີ 19 ເມສາ, ສະຖານທູດອົດສະຕາລີ ປະຈໍາຮ່າໂນ້ຍ ແລະກອງທຶນເພື່ອເດັກນ້ອຍສະຫະປະຊາຊາດ (UNICEF) ໄດ້ປະກາດລາຍການຮ່ວມມືທີ່ມີມູນຄ່າ 13,5 ລ້ານ AUD (ເກືອບ 10,5 ລ້ານໂດລາສະຫະລັດ) ລະຫວ່າງອົດສະຕາລີ ແລະ UNICEF ເພື່ອໜູນຊ່ວຍການແນະນໍາ ແລະແຈກຢາຍວັກຊິນກັນໂຄວິດ-19 ຢູ່ຫວຽດນາມ ໃຫ້ສໍາເລັດ.
ສູນສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວນະຄອນຮ່າໂນ້ຍ ໃຫ້ຂ່າວວ່າ ພາຍຫຼັງ 3 ມື້ດໍາເນີນ (ແຕ່ວັນທີ 16-18 ເມສາ), ງານບຸນການທ່ອງທ່ຽວ ແລະວັດທະນະທໍາອາຫານການກິນຮ່າໂນ້ຍ ປີ 2021 ໄດ້ດຶງດູດແຂກເຂົ້າຮ່ວມປະມານ 60.000 ເທື່ອຄົນ.
ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 20 ເມສາ (ຕາມເວລາ UTC), ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 142,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 3.042.841 ຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ແມ່ນ 581.551 ຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 32.471.579 ຄົນ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.
ຍສໝ - ໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມສາ 2021, ວັນທີ 19 ເມສາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ເປັນປະທານວາລະປຶກສາ ຫາລືເປີດຂັ້ນສູງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາໃນການສະກັດກັ້ນ ແລະແກ້ໄຂການປະທະກັນ” ຜ່ານລະບົບທາງໄກ ແລະໂດຍກົງ.
ໃນການເດີນທາງໄປເຈື່ອງຊາ, ຮ້ານເວນຍາມ DK1, ບັນດາອົງການ, ກົມກອງ ໄດ້ນໍາເອົາຂອງຂວັນເພື່ອລະດົມກໍາລັງໃຈທັງດ້ານວັດຖຸ ແລະຈິດໃຈຂອງທະຫານ, ປະຊາຊົນຢູ່ທີ່ນີ້. ພິເສດແມ່ນມີຫຼາຍຄົນໄດ້ນໍາເອົາຂອງຂວັນທີ່ມີຄວາມໝາຍສະແດງໃຫ້ເຫັນອາລົມຈິດຄວາມຮັກແພງລະຫວ່າງເຂດດິນຕໍ່ແຜ່ນທີ່ມີຕໍ່ພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈື່ອງຊາ.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນນະໂຍບາຍ "ການກະທຳທິດຕາເວັນອອກ" ຂອງອິນເດຍ, ຮຽກຮ້ອງໃຫ້ສອງປະເທດເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.
ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວຊີ້ນຳວຽກງານ ກະກຽມເຜີຍແຜ່ ຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ຢູ່ແຂວງຈຳປາສັກ, ໃນວັນທີ 19 ເມສາ 2021, ທີ່ສຳນັກງານຫ້ອງວ່າການ ແຂວງຈຳປາສັກ, ໂດຍການຕ້ອນຮັບຂອງ ທ່ານ ວິໄລວົງ ບຸດດາຄຳ ກຳ ມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ, ມີບັນດາ ທ່ານ ສະຫາຍ ຄະນະປະຈຳພັກ ແຂວງຈຳປາສັກ ເຂົ້າຮ່ວມ.
ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈຳ ການາດາ ໄດ້ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຜ່ານລະບົບທາງໄກໃນທົ່ວປະເທດການາດາ ຍ້ອນຜົນສະທ້ອນຂອງພະຍາດໂຄວິດ-19. ພິທີໄດ້ຈັດຕັ້ງຢູ່ສະຖານທີ່ເຊື່ອມຕໍ່ຕົ້ນຕໍແມ່ນ Ottawa-Vancounver-Toronto-Montreal- Saskatchewan.
ຍສໝ - ຈິດຕະກອນໄດ້ແນະນຳກັບຜູ້ຊົມພາບຖ່າຍກວ່າ 50 ແຜ່ນ, ລວມມີຫຼາຍຫົວເລື່ອງ ດ້ວຍວັດຖຸແຕ້ມຫຼາຍຢ່າງຄື: ເຈ້ຍແຂງ, ສໍສີ… ໃນນັ້ນມີພາບແຕ້ບຫຼາຍແຜ່ນແຕ້ມກ່ຽວກັບການດຳລົງຊີວິດປະຈຸບັນ, ຮີດຄອງປະເພນີຂອງປະເທດ, ປະຊາຊົນລາວ, ບັນດາພາບແຕ້ມເຄິງຄີງນາງສາວລາວ ແລະ ບັນດາໝູ່ເພື່ອນຂອງທ່ານ.
ຍສໝ - ຫວ່າແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມນການໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ຫວາງອີ.
ຂໍຝາກມາຍັງ ທາງໂຮງໝໍເມືອງແຕ່ລະບ່ອນ ຄວນຈັດສັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນ ຜູ້ໄປສັກຢາວັກແຊງ ຈົ່ງໃສ່ຜ້າອັດປາກ ແລະ ຮັກສາໄລຍະຫ່າງທາງສັງຄົມ ເພາະຄົນທີ່ໄປສັກຢາ ແມ່ນມາຈາກຫລາຍບ່ອນຫລາຍທີ່ ຫາກມີຄົນໃດຄົນໜຶ່ງຕິດເຊື້ອມາ ທ່ານກໍ່ຈະສ່ຽງ ຕໍ່ການຕິດເຊື້ອ ກໍອາດເປັນໄດ້ ແລະ ອາດຈະລະບາດ ກັນໄປຢ່າງກວ້າງຂວາງ.
ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ໃນວັນທີ 18 ເມສາ 2021, ສປປ ລາວ ບໍ່ມີລາຍງານຜູ້ຕິດເຊື້ອໄຂ້ຍຸງລາຍໃໝ່ ແລະ ບໍ່ມີຜູ້ເສຍຊີວິດ.
ຍສໝ - ທ່ານ Rennie Cordon Davis ເກີດໃນວັນທີ 23 ພຶດສະພາ 1940 ທີ່ເມືອງ Lansing, Michigan, ສະຫະລັດອາເມລິກາ. ທ່ານ Rennie Davis ເຄີຍມາຢ້ຽມຢາມພາກເໜືອຂອງປະເທດຫວຽດນາມໃນຊຸມປີສົງຄາມ.
ຫວ່າງແລ້ວນີ້, ໃນການຕອບຄໍາຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ກ່ຽວກັບບົດລາຍງານທີ່ໄດ້ປະກາດໃນມື້ກ່ອນນັ້ນຂອງກະຊວງການເງິນອາເມລິກາ ກ່ຽວກັບ “ນະໂຍບາຍທາງດ້ານເສດຖະກິດມະຫາພາກ ແລະເງິນຕາຕ່າງປະເທດຂອງບັນດາຄູ່ຮ່ວມມືການຄ້າຕົ້ນຕໍຂອງອາເມລິກາ”, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ແຈ້ງວ່າ: “ຕອນເຊົ້າວັນທີ 17 ເມສາ, ທະນາຄານແຫ່ງລັດໄດ້ມີຂໍ້ມູນລະອຽດກ່ຽວກັບບັນຫານີ້. ພວກຂ້າພະເຈົ້າຊົມເຊີຍການດັດແປງຢ່າງຕັ້ງໜ້າກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງຫວຽດນາມ ໃນບົດລາຍງານດັ່ງກ່າວ. ຕາມນັ້ນແລ້ວ, ກະຊວງການເງິນອາເມລິກາ ຕີລາຄາໂດຍຂາດຫຼັກຖານອ້າງອີງເພື່ອກໍານົດຫວຽດນາມ ມີການຄອບງຳເງິນຕາ”.
ຍສໝ - ເຢຍລະມັນໃຫ້ຄໍາໝັ້ນສັນຍາສະໜັບສະໜູນຫວຽດນາມ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບອີຢູ, ຊຸກຍູ້ການສ້າງຂັ້ນຕອນການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ຢູ່ສະພາແຫ່ງຊາດເຢຍລະມັນ. ຫວຽດນາມ ສະໜັບສະໜູນເຢຍລະມັນເພີ່ມທະວີການຮ່ວມມືກັບອາຊຽນ.
ໃນວັນທີ 19 ເມສາ 2021, ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ຢູ່ປະເທດເຮົາ ມີຜູ້ຖືກຈໍາກັດ ບໍລິເວນທັງໝົດ 3.272 ຄົນ ຢູ່ 47 ສູນ ແລະ ໃນວັນທີ 18 ເມສາ 2021 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 726 ຄົນ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບຜູ້ຕິດເຊື້ອ, ໝາຍຄວາມວ່າ ວັນທີ 18 ເມສາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.
ວາລະປຶກສາຫາລືເປີດຂັ້ນສູງຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາໃນການສະກັດກັ້ນ, ແກ້ໄຂການປະທະກັນ” ໂດຍທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເປັນປະທານ ໃນວັນທີ 19 ເມສາ ຈະມາເຖິງນີ້ແມ່ນເຫດການສໍາຄັນພິເສດເຊິ່ງຫວຽດນາມ ເປັນປະທານຈັດຕັ້ງໃນຖານະເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021.
ໃນວັນທີ 14 ເມສາ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ໃຫ້ຖະແຫລງກ່ຽວກັບການເຝົ້າລະວັງ, ຄວບຄຸມ ປ້ອງກັນ ແລະ ແກ້ໄຂ ພະຍາດໂຄວິດ-19 ໃນ ສປປ ລາວ.
ລັດຖະບານ ອິນເດຍ ໄດ້ມອບອຸປະກອນຫ້ອງທົດລອງວິໄຈດິນ ແລະ ຝຸ່ນ ພາຍໃຕ້ໂຄງ ການເຫັນຜົນໄວ ໃນຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໃຫ້ແກ່ກົມຄຸ້ມຄອງ ແລະ ພັດທະນາດິນກະສິກຳ, ກະຊວງກະສິກໍາ ແລະ ປ່າໄມ້ 22 ລາຍການ, ໂດຍມີມູນຄ່າ 50.000 ໂດລາສະຫະລັດ.
ບັນດາຫົວໜ່ວຍດຳເນີນທຸລະກິດທ່ອງທ່ຽວຂອງ 2 ແຂວງບັນດາຫົວໜ່ວຍດຳເນີນການທ່ອງທ່ຽວຂອງ 2 ແຂວງໄດ້ແນະນຳ, ໂຄສະນາກ່ຽວກັບບັນດາລາຍການທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວໃໝ່.