ການຮ່ວມມື CLMV - ຊອກຫາມາດຕະການຟື້ນຟູເສດຖະກິດ
ຍສໝ - ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 13 (CLMV EMM 13) ຫາກໍດຳເນີນຫວ່າງມໍ່ໆມານີ້ ຕາມຮູບການທາງອອນລາຍ ໂດຍ ມຽນມາ ເປັນປະທານ. ໃນສະພາບການບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ພວມມານະພະຍາຍາມຄວບຄຸມໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ, CLMV EMM 13 ໄດ້ກາຍເປັນຊ່ອງໜູນຊ່ວຍທີ່ສຳຄັນ, ປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ວິວັດທະນາການນີ້.