40 ປີແຫ່ງການປ່ຽນໃໝ່: ສ້າງພື້ນຖານໃຫ້ແກ່ໄລຍະພັດທະນາໃໝ່
ຍສໝ - ພາຍຫຼັງ 40 ປີແຫ່ງການປ່ຽນໃໝ່, ຫວຽດນາມໄດ້ສ້າງຂະໜາດເສດຖະກິດ, ຄວາມສາມາດການຜະລິດ ແລະ ຖານະບົດບາດໃນເວທີສາກົນ ທີ່ແຕກຕ່າງຢ່າງສິ້ນເຊີງເມື່ອທຽບກັບໄລຍະເລີ່ມຕົ້ນ. ຕາມທ່ານ ເຈິ່ນກວັກເຟືອງ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ, ເພື່ອສ້າງບາດກ້າວພັດທະນາແບບບຸກທະລຸໃນໄລຍະຕໍ່ໄປ, ຫວຽດນາມຈຳເປັນຕ້ອງສືບຕໍ່ປ່ຽນໃໝ່ແນວຄິດ, ສ້າງບາດກ້າວບຸກທະລຸດ້ານສະຖາບັນ ແລະ ຫັນປ່ຽນຢ່າງແຂງແຮງໄປສູ່ຮູບແບບການເຕີບໂຕທີ່ອີງໃສ່ຜະລິດຕະພາບ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຄຸນນະພາບຊັບພະຍາກອນມະນຸດ.