ອະນຸລັກແລະເສີມຂະຫຍາຍໝູ່ບ້ານເຄື່ອງປັ້ນດິນເຜົາຈຳບິ່ງດຶກ ໃນແຂວງບິ່ງທ້ວນ

ອະນຸລັກແລະເສີມຂະຫຍາຍໝູ່ບ້ານເຄື່ອງປັ້ນດິນເຜົາຈຳບິ່ງດຶກ ໃນແຂວງບິ່ງທ້ວນ

ໝູ່ບ້ານຈຳບິ່ງດຶກທີ່ຕາແສງຟານຫຽບເມືອງບັກບິ່ງແມ່ນໝູ່ບ້ານເຄື່ອງປັ້ນດິນເຜົາພຽງໝູ່ບ້ານດຽວທີ່ຍັງເຫຼືອໃນແຂວງບິ່ງທ້ວນ ນີ້ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດຊຶ່ງໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳກິລາແລະທ່ອງທ່ຽວປີ 2012 ແລະປັດຈຸບັນທາງແຂວງບິ່ງທ້ວນພວມປະກອບເອກະສານເພື່ອຢືນສະເໜີຕໍ່ອົງການ Unesco ນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຄວນໄດ້ຮັບການປົກປັກຮັກສາ. ອຳນາດການປົກຄອງ ແລະພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ ພວມມານະພະຍາຍາມເພື່ອອະນຸລັກຮັກແລະຂະຫຍາຍໝູ່ບ້ານອາຊີບຕໍ່ໜ້າຄວາມຫຍຸ້ງຍາກສິ່ງທ້າທາຍນາໆປະການ