ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຕີລາຄາສູງໝາກຜົນຂອງການຢ້ຽມຢາມຂອງປະທານປະເທດຫວຽດນາມ
ຍສໝ - ການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢູ່ ລາວ ແຕ່ວັນທີ 11 – 12 ກໍລະກົດ ໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ມີຄວາມໝາຍສຳຄັນພິເສດກ່ຽວກັບການພົວພັນແບບພິເສດລະຫວ່າງ ລາວ - ຫວຽດນາມ... ນັ້ນແມ່ນຄຳຢືນຢັນຂອງທ່ານ ບັນດິດ ສຈ.ປອ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ ລາວ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ, ເມື່ອຕອບສຳພາດຂອງນັກຂ່າວ ສຳນັກຂ່າວສານຫວຽດນາມ ທີ່ນະຄອນຫຼວງວຽງຈັນ ວັນທີ 15 ກໍລະກົດ.