ໜັງສືພິມ ສິງກະໂປ: ຫວຽດນາມ ພວມບືນຕົວຂຶ້ນກາຍເປັນ “ເສືອໃໝ່ຂອງ ອາຊີ”
ບົດຂຽນ “ສຽງຮ້ອງຂອງເສືອໃໝ່ໃນ ອາຊີ” ທີ່ຫາກໍໄດ້ລົງພິມໃນໜັງສືພິມ Business Times ຂອງ (ສິງກະໂປ), ໜັງສືພິມການເງິນລາຍວັນຂອງ ສິງກະໂປ ໄດ້ຍົກອອກຂໍ້ສັງເກດວ່າ ພື້ນຖານເສດຖະກິດ ຫວຽດນາມ ໄດ້ມີບາດກ້າວເດີນກະໂດດຂັ້ນ ແລະ ພວມຢູ່ໃນທ່າບືນຕົວຂຶ້ນກາຍເປັນ “ເສືອໃໝ່ຂອງ ອາຊີ”, ດ້ວຍກຳລັງເຕີບໂຕຂອງຕະຫຼາດອະສັງຫາລິມະຊັບ ແລະ ຊົນຊັ້ນຮັ່ງມີ.