ຕັ້ງຄ້າຍຢູ່ໜອງ ອ່ຽນຝູ, "ບ້ານເກີດເມືອງນອນ" ຂອງ King Kong
ຍສໝ - ໜອງ ອ່ຽນຝູ ຕັ້ງຢູ່ຕາແສງ ຈູງຫ່ວາ, ເມືອງ ມີງຫ໋ວາ, ແຂວງກວາງບີງ. ຖ້າເລີ່ມອອກເດີນທາງຈາກໃຈກາງນະຄອນດົງເຮີ້ຍ, ນັກທ່ອງທ່ຽວຕ້ອງເດີນທາງປະມານ 100 ກິໂລແມັດເພື່ອມາເຖິງທີ່ນີ້. ທິວທັດຢູ່ໜອງອ່ຽນຝູ ຍັງຄົງເປັນທຳມະຊາດຫຼາຍ, ນ້ຳໜອງກໍ່ຂຽວໃສ, ເມກຍາມເຊົ້າໄດ້ລອຍຢູ່ເຄິ່ງຂອງພູ, ໜ້າໜອງມົວໆດ້ວຍນຳ້ໜອກ, ດອກບົວນ້ຳເກີດທົ່ວໜອງ.