ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາຂຸດຄົ້ນໄປສະນີໂລກ ອາຍຸການ 2022 – 2025: ຮູບການໃນການສົມທົບຜັນຂະຫຍາຍວຽກງານການພົວພັນຕ່າງປະເທດ
ຍສໝ - ກອງປະຊຸມໃຫຍ່ຄັ້ງທີ 27 ຂອງ ສະຫະພັນໄປສະນີໂລກ (UPU) ໄດ້ຮັບການຈັດຕັ້ງຂຶ້ນໃນລະຫວ່າງວັນທີ 9 – 27 ສິງຫາ 2021 ຕາມຮູບການທາງໄກສົມທົບໂດຍກົງຢູ່ ນະຄອນ Abidjan, ກົດດີວົວ. ໃນຂອບເຂດກອງປະຊຸມໃຫຍ່, ຫວຽດນາມ ເປັນຄັ້ງທຳອິດທີ່ໄດ້ຮັບສະໝັກເລືອກຕັ້ງ ແລະ ໄດ້ຮັບເລືອກຕັ້ງເປັນສະມາຊິກສະມາຂຸດຄົ້ນໄປສະນີ (POC) ຂອງສະຫະພັນໄປສະນີໂລກ ອາຍຸການ 2022 – 2025.