ລາວ: ຍັງມີປະຊາຊົນຫລາຍ ຄົນຕິດເຊື້ອໄຂ້ຍຸງເພີ່ມ
ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 02 ກໍລະນີ ບໍ່ມີຜູ້ເສຍຊີວິດ; ນັບແຕ່ວັນທີ 26/12/2020-13/01/2021 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 45 ຄົນ (ມີລາຍງານກໍລະນີໃນ 10 ແຂວງ, ແຂວງທີ່ມີການລາຍງານ ຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 19 ຄົນ, ຖັດລົງມາແມ່ນ ອັດຕະປຶ 06 ຄົນ, ເຊກອງ 06 ຄົນ, ຫລວງພະບາງ 05 ຄົນ, ສະຫວັນນະເຂດ 02 ຄົນ, ຄຳມ່ວນ 02 ຄົນ, ວຽງຈັນ 01 ຄົນ, ຫລວງນ້ຳທາ 01 ຄົນ, ສາລະວັນ 01 ຄົນ ແລະ ອຸດົມໄຊ 02 ຄົນ,).