ຍສໝ - ທ່ານປະທານປະເທດ ຫວໍວັນເຖືອງຖືວ່າ ເພື່ອເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາ ສອງປະເທດໃນໄລຍະຈະມາເຖິງ, ສອງຝ່າຍຄວນຍູ້ແຮງການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດຊວັນຕວຽນ ໄດ້ຕາງໜ້າ ກະຊວງສາທາລະນະສຸກ ຕ້ອນຮັບວັກຊິນກັນໂຄວິດ - 19 AstraZeneca 50.000 ໂດສ ຂອງ ສາທາລະນະລັດ ໂອຕາລິດ ມອບໃຫ້ ຫວຽດນາມ.
ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດະຊວັນຕວຽນ ໄດ້ຕາງໜ້າກະຊວງສາທາລະນະສຸກ ຮັບເອົາວັກຊິນກັນພະຍາດໂຄວິດ - 19 AstraZeneca 50.000 ໂດສ ໂດຍສາທາລະນະລັດ ໂອຕາລິດ ມອບໃຫ້ ຫວຽດນາມ ເປັນຂອງຂວັນ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີ ແຫ່ງວັນຊາດປະເທດສາທາລະນະລັດ ໂອຕາລິດ (26/10/1955 – 26/10/2021), ວັນທີ 26 ຕຸລາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານ Wolfgang Sobotka, ປະທານສະພາແຫ່ງລັດ ສາທາລະນະລັດ ໂອຕາລິດ.
ໃນຂອບເຂດການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມປະທານລັດຖະສະພາບັນດາປະເທດໃນໂລກ ຄັ້ງທີ 5 (WCSP5) ຢູ່ ສາທາລະນະລັດ ໂອຕາລິດ, ວັນທີ 07 ກັນຍາ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິນຮວານ ໄດ້ໄປຢ້ຽມຢາມ ມະຫາວິທະຍາໄລຊັບພະຍາກອນທຳມະຊາດ ແລະ ວິທະຍາສາດການມີລົງຊີວິດ ວຽນ (BOKU) ຢູ່ນະຄອນຫຼວງ ວຽນ.
ຍສໝ - ທ່ານ ເລຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບັນດາຜົນງານກ່ຽວກັບການພັດທະນາເສດຖະກິດ ແລະ ທີ່ຕັ້ງບົດບາດທາງການທູດຂອງຫວຽດນາມ ນັບມື້ນັບໄດ້ຍົກສູງໃນໄລຍະທີ່ຜ່ານມາ. ທ່ານກໍ່ຫວັງວ່າ ລັດຖະບານ ໂອຕາລິດສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ປະຊາຄົມຊາວຫວຽດນາມທີ່ພວມອາໄສ, ເຮັດວຽກ ແລະ ຮ່ຳຮຽນຢູ່ໂອຕາລິດ.