ຍສໝ - ໂຄງການປັບປຸງການປະມົງ ບາເຣຍ - ຫວຸງເຕົາ (FIP ຫວຸງເຕົາ) ຖືກກຳນົດວ່າເປັນຮູບແບບການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ (PPP) ແບບທົ່ວໄປໃນຂະແໜງການປະມົງຂອງຫວຽດນາມ, ປະກອບສ່ວນເຂົ້າໃນການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU), ສ້າງລະບົບຕ່ອງໂສ້ການປຸງແຕ່ງການປະມົງທີ່ໂປ່ງໃສ ແລະ ມີຄວາມຮັບຜິດຊອບ, ເພື່ອຕອບສະໜອງມາດຕະຖານສາກົນ ແລະ ເຂົ້າຮ່ວມຢ່າງເລິກເຊິ່ງກວ່າໃນລະບົບຕ່ອງໂສ້ການສະໜອງອາຫານທະເລທົ່ວໂລກ.
ຍສໝ - ທ່ານ ເລດືກຕຽນ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈິ ໄດ້ມອບໃຫ້ພະແນກກໍ່ສ້າງແຂວງນີ້ ໜູນຊ່ວຍບໍລິສັດ ນາມຕຽນ ຈຳກັດ ເພື່ອສຳເລັດເອກະສານການອອກແບບສຳລັບໂຄງການກໍ່ສ້າງສາຍພານສົ່ງຖ່ານຫີນຈາກລາວ ໄປຫວຽດນາມ.
ຍສມ - ທ່ານນາງ Mitsue Pembroke, ຮັກສາການຫົວໜ້າຄະນະຜູ້ຕາງໜ້າອົງການ IOM ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະກາດສຳເນົາເອກະສານກ່ຽວກັບການອົບພະຍົບປີ 2023 ສະແດງໃຫ້ເຫັນເຖິງຄວາມຂະຫຍັນຂັນເຄື່ອນໃນການຜັນຂະຫຍາຍຂໍ້ຕົກລົງທົ່ວໂລກວ່າດ້ວຍການເຄື່ອນຍ້າຍຖິ່ນຖານທີ່ຖືກຕ້ອງຕາມກົດໝາຍ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍຂອງສະຫະປະຊາຊາດ.
ຍສໝ - ຜູ້ຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດເມ BRT ແຫ່ງທໍາອິດທີ່ນະຄອນຫຼວງ ວຽງຈັນ (ລາວ) ໄດ້ເລີ່ມລົງມືກໍ່ສ້າງຂັ້ນທໍາອິດ, ຄາດວ່າຈະໃຫ້ສໍາເລັດໃນທ້າຍ ປີ 2024.
ຍສໝ - ນີ້ແມ່ນໜ້າທີ່ສຳຄັນໃນວຽກງານການຕ່າງປະເທດປະຊາຊົນຂອງສະຫະພັນບັນດາອົງການມິດຕະພາບແຂວງ ບັກຢາງ (ສະຫະພັນມິດຕະພາບແຂວງ ບັກຢາງ) ປີ 2024 ທີ່ໄດ້ວາງອອກໃນກອງປະຊຸມຜັນຂະຫຍາຍວຽກງານປີ 2024 ເຊິ່ງໄດ້ດຳເນີນໃນວັນທີ 3 ມັງກອນ ຢູ່ ບັກຢາງ.
ຍສໝ - ວັນທີ 24 ພະຈິກນີ້, ສະຖານທູດຫວຽດນາມ ປະຈຳ ອີຕາລີ ສົມທົບກັບບໍລິສັດໃຫຍ່ການຄຸ້ມຄອງສະໜາມບິນ Milan, ອຳນາດການປົກຄອງນະຄອນ Milan ແລະ ຫ້ອງການການຄ້າ ອີຕາລີ - ຫວຽດນາມ ໄດ້ຈັດຕັ້ງພິທີເລີ່ມຕົ້ນໂຄງການໂຄສະນາ ຫວຽດນາມ ຢູ່ Milan.
ຍສໝ - ຕອນທ່ຽງວັນທີ 16 ພະຈິກ, ທ່ານນາງ Cherie Russell - ທີ່ປຶກສາທູດການຮ່ວມມືພັດທະນາ, ສະຖານທູດອົດສະຕາລີ ປະຈຳ ຫວຽດນາມ ໄດ້ນຳໜ້າຄະນະໄປຢ້ຽມຢາມ ແລະ ສຳຫຼວດຜູ້ໄດ້ຮັບຜົນປະໂຫຍດ 2 ຄົນຈາກໂຄງການ “ຮັບມືສຸກເສີນ ແລະ ການໜູນຊ່ວຍຟື້ນຟູໃຫ້ແກ່ແມ່ຍິງທີ່ມີຄວາມສ່ຽງຖືກໃຊ້ຄວາມຮຸນແຮງ ເຊິ່ງສົ່ງຜົນສະທ້ອນຢ່າງໜັກໜ່ວງຈາກກະແສໂລກລະບາດ Covid-19 ຮອບທີ 4 ຢູ່ແຂວງ ຕຽນຢາງ” (ເອີ້ນວ່າໂຄງການ UN WOEN) ໂດຍລັດຖະບານ ອົດສະຕາລີ ອຸປະຖຳຜັນຂະຫຍາຍຢູ່ບໍລິເວນແຂວງ ຕຽນຢ່າງ.
ຍສໝ - ໃນ 10 ເດືອນຕົ້ນປີ 2023, ການດຶງດູດ FDI ເຂົ້າຫວຽດນາມ ສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ, FDI ທີ່ຂຶ້ນທະບຽນໃໝ່ໄດ້ເພີ່ມຂຶ້ນຢ່າງແຮງທັງຈຳນວນໂຄງການ ແລະ ຍອດຈຳນວນທຶນລົງທຶນ.
ຍສໝ - ກົມທາງລົດໄຟຫວຽດນາມ ຫາກໍ່ຍື່ນເອກະສານສະເໜີລາຍຊື່ໂຄງການໃໝ່ທີ່ຮຽກຮ້ອງການລົງທຶນຈາກຕ່າງປະເທດໃນຂົງເຂດທາງລົດໄຟ ຕໍ່ກະຊວງຄົມມະນາຄົມຂົນສົ່ງ.
ຫວ່າງແລ້ວນີ້, ພິທີໄຂການແຂ່ງຂັນວິທະຍາສາດເຕັກນິກສາກົນ-ISEF ປີ 2021 ໄດ້ດໍາເນີນຢູ່ຫວຽດນາມ. ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19, ການແຂ່ງຂັນດັ່ງກ່າວຈຶ່ງໄດ້ຈັດຕັ້ງຜ່ານລະບົບທາງໄກ ຢູ່ອາເມລິກາ. ປີນີ້, ຄະນະຫວຽດນາມ ລົງທະບຽນເຂົ້າຮ່ວມການແຂ່ງຂັນດ້ວຍ 7 ໂຄງການສັງກັດ 7 ຂົງເຂດໃນຈໍານວນ 21 ຂົງເຂດຂອງ ISEF 2021.
ຍສໝ - ນີ້ແມ່ນບັນດາກິດຈະກຳໃນຂອບເຂດໂຄງການ “ຍົກສູງກຳລັງແຮງດ້ານເສດຖະກິດຂອງແມ່ຍິງຊົນເຜົ່າສ່ວນໜ້ອຍຜ່ານການພັດທະນາລະບົບຕ່ອງໂສ້ຄຸນຄ່າຂອງຊາ Shan ແລະ ສະໝຸນໄພຢາ ຢູ່ ແຂວງລ່າວກາຍ”.
ຍສໝ - ຫວ່າງມໍ່ໆນີ້, ພະແນກການຕ່າງປະເທດແຂວງກວາງຈີ້ ແລະ ອົງການຊ່ວຍເຫຼືອປະຊາຊົນນອກແວ (NPA) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ໂຄງການ "ການພັດທະນາຄວາມສາມາດໃຫ້ສູນປະຕິບັດງານກ່ຽວກັບລະເບີດທີ່ຍັງບໍ່ທັນແຕກແຂວງກວາງຈີ້" ດ້ວຍງົບປະມານຫຼາຍກວ່າ 6 ຕື້ດົ່ງ, ແກ່ຍາວເປັນເວລາ 12 ເດືອນ.
ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງ ຣີຄາດາ ເຣເຈີ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳລາວ ວັນທີ 20 ສິງຫາ 2019 ຢູ່ຫ້ອງວ່າການປົກຄອງ ນວ ໃນໂອກາດທີ່ມາດຳລົງຕຳແໜ່ງເປັນຜູ້ຕາງໜ້າອົງການ UNDP ປະຈຳລາວ ຄົນໃໝ່.
ໃນວັນທີ 26 ກຸມພານີ້, ທີ່ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານໄດ້ຈັດກອງປະຊຸມການພົບປະແລກປ່ຽນຖອດຖອນບົດຮຽນກ່ຽວກັບໂຄງການກໍ່ສ້າງທາງລົດໄຟລາວຈີນ ລະຫວ່າງ ຄະນະກວດກາສູນກາງພັກ ກັບ ລັດວິສາຫະກິດລົດໄຟແຫ່ງຊາດຈີນ.
ກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈຳປີ 2018 ຈັດຂຶ້ນວັນທີ 20 ກຸມພາ 2019 ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ໂດຍເປັນປະທານຂອງທ່ານ ລາດຊະນີວົງ ອະມາຣາທິທາດາ ປະທານກວດກາພັກ ຫົວໜ້າອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ນວ ມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ທ່ານ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.