ຍສໝ - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົ່ງຄຳເຊີນກະຊວງປ້ອງກັນປະເທດຂອງ 8 ປະເທດຄື: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ກູບາ, ເບລາຣຸດ, ກາຊັກສະຖານ, ອາເຊີໄບຈັນ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ, ພ້ອມກັນນັ້ນ ໄດ້ເຊີນ 5 ປະເທດຄື: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ເບລາຣຸດ ສົ່ງກໍາລັງເພື່ອເຂົ້າຮ່ວມໃນການເດີນສວນສະໜາມຢູ່ພິທີສະເຫຼີມສະຫຼອງ.
ຍສໝ - ຕອນເຊົ້າວັນທີ 4 ພຶດສະພາ (ຕາມເວລາຮ່າໂນ້ຍ), ຢູ່ສະໜາມຫຼວງແດງ, ນະຄອນຫຼວງ ມົດສະກູ (ສະຫະພັນລັດເຊຍ) ໄດ້ດຳເນີນການຊ້ອມຂັ້ນຕົ້ນໃນພິທີການແຫ່ຂະບວນເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ (9 ພຶດສະພາ 1945 – 9 ພຶດສະພາ2025). ມີນັກສຶກສາຫວຽດນາມ ແລະ ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນໄດ້ມີໜ້າແຕ່ຕອນເຊົ້າຢູ່ເສັ້ນທາງນໍາໄປສູ່ສະໜາມຫຼວງເພື່ອຕ້ອນຮັບຄະນະ.
ຍສໝ - ພ້ອມກັບກອງທັບຫວຽດນາມ, ກອງທັບລາວ ແລະ ກຳປູເຈຍ ໄດ້ເຂົ້າຮ່ວມການຊ້ອມຮົບ ແລະ ການເດີນສວນສະໜາມ, ແຫ່ຂະບວນເພື່ອກະກຽມໃຫ້ແກ່ພິທີສະເຫີມສະຫຼອງວັນປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດເປັນເອກະພາບຄົບຮອບ 50 ປີ (30 ເມສາ 1975 – 30 ເມສາ 2025).