ເຜີຍແຜ່ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ເຜີຍແຜ່ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ໃນ​ວັນທີ 19 ມີນາ 2021 ທີ່ ແຂວງຫລວງພະບາງ, ກົມ​ເສດ​ຖະ​ກິດ ກະ​ຊວງ​ການ​ຕ່າງ​ປະ​ເທດ​ ໄດ້​ຈັດ​ກອງ​ປະ​ຊຸມ​ເຜີຍ​ແຜ່​ ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຫົວຂໍ້: “ການ​ຮ່ວມ​ມືພາກ​ພື້ນ ແລະ ສາ​ກົນ”  ພາຍໃຕ້ການສະໜັບສະໜູນ ຈາກກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຮ່ວມ ຂອງ ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງປະ​ເທດ ແລະ ທ່ານ ນາງ ສິລິພອນ ສຸ ພັນທອງ ຮອງ​ເຈົ້າ​ແຂວງຫລວງພະບາງ, ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ສູນ​ກາງ ແລະ ຂະ​ແໜງ​ການທີ່​ກ່ຽ​ວ​ຂ້ອງ ແຂວງຫລວງນໍ້າທາ, ຜົ້ງສາລີ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ບໍ່ແກ້ວ ແລະ ແຂວງອຸດົມໄຊ.

ບັນດາຜູ້ນຳບັນດາປະເທດຕີລາຄາສູງຕໍ່ໝາກຜົນການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ບັນດາຜູ້ນຳບັນດາປະເທດຕີລາຄາສູງຕໍ່ໝາກຜົນການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ໃນຕອນເຊົ້າວັນທີ 24 ສິງຫາ 2020 ທີ່ນະຄອນຫລວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ ເພື່ອທົບທວນຄືນໝາກຜົນ ຂອງການຮ່ວມມື ໃນໄລຍະ 5 ປີ ຜ່ານມານັບແຕ່ໄດ້ຮັບການສ້າງຂຶ້ນໃນປີ 2015.

ພ້ອມກັນພັດທະນາແມ່ນ້ຳ ຂອງແມ່ນ້ຳລ້ານຊ້າງແບບຍືນຍົງ

ພ້ອມກັນພັດທະນາແມ່ນ້ຳ ຂອງແມ່ນ້ຳລ້ານຊ້າງແບບຍືນຍົງ

ການ​ພັດທະນາ ແລະ ບໍລິຫານ​ຊັບ​ພະຍາ​ກອນ​ນໍ້າ ແມ່ນ​ໜຶ່ງ​ໃນ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາຊາດ ຊຶ່ງ​ເປັນ​ການ​ປະກອບສ່ວນ​ໂດຍ​ກົງ​ໃຫ້​ແກ່​ການ​ແກ້​ໄຂ​ຄວາມທຸກ​ຍາກ, ການ​ຮັບປະກັນ​ສະບຽງ​ອາຫານ, ສຸຂະພາບ, ການ​ສົ່ງເສີມ​ບົດບາດ​ຍິງ​-​ຊາຍ, ນຳ້ ແລະ ສຸ​ຂະ​ອະນາໄມ, ພະລັງ​ງານ.

ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ​ແລກປ່ຽນ​ຄວາມ​ຮູ້ ການພັດທະນາໄອຊີທີແບບຍືນຍົງ

ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ​ແລກປ່ຽນ​ຄວາມ​ຮູ້ ການພັດທະນາໄອຊີທີແບບຍືນຍົງ

ໃນວັນລະຫວ່າງວັນທີ 27-28 ມິຖຸນາ 2019 ທີ່ໂຮງແຮມ ດອນຈັນພຣາເລດ ນະຄອນຫລວງວຽງຈັນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດສຳມະນາ ພາຍໃຕ້ຫົວຂໍ້ ການພັດທະນາ ໄອຊີທີ ແບບຍືນຍົງ ຂອງປະເທດ ລຸ່ມແມ່ນໍ້າ ຂອງ-ແມ່ນໍ້າ ລ້ານຊ້າງຂຶ້ນ ເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງ ປະເທດ ເຂດລຸ່ມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ສປ ຈີນ, ​ໂດຍໄດ້ຮັບທຶນ​ສະ​ໜັບ​ສະ​ໜູນພາຍ​ໃຕ້ກອງ​ທຶນ​ພິ​ເສດ ແມ່​ນ້ຳ​ຂອງ-ແມ່ນ້ຳລ້ານ​ຊ້າງ ຂອງ​ລັດ​ຖະ​ບານ ສ​ປ ຈີນ.

ຫວຽດນາມ ໄດ້ແຊມໃນການແຂ່ງຂັນ Futsal ມິດຕະພາບການຮ່ວມມື ແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ 2019

ຫວຽດນາມ ໄດ້ແຊມໃນການແຂ່ງຂັນ Futsal ມິດຕະພາບການຮ່ວມມື ແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ 2019

ຍສໝ - ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກໍາປູເຈຍ ໄດ້ມີການສົມທົບກັບບັນດາສະຖານທູດຫວຽດນາມ, ຈີນ, ມຽນມາ, ລາວ ແລະ ໄທ ໃນການຈັດຕັ້ງການແຂ່ງຂັນ Futsal ມິດຕະພາບການຮ່ວມມື ແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ 2019 ໃນເມື່ອວັນທີ 23 ມີນາ ທີ່ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ.

ລາວ-ຈີນ-ໄທ-ມຽນມາ ຊຸກຍູ້ລາດຕະເວນຮ່ວມຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ລາວ-ຈີນ-ໄທ-ມຽນມາ ຊຸກຍູ້ລາດຕະເວນຮ່ວມຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ການປະຕິບັດລາດຕະເວນຮ່ວມໃນແມ່ນໍ້າຂອງ-ແມ່ນຳ້ລ້ານຊ້າງ ຄັ້ງທີ 78 ລະຫວ່າງ ຈີນ, ໄທ, ລາວ ແລະ ມຽນມາ ໄດ້ຈັດຂຶ້ນຢູ່ທ່າກຳປັ່ນກວນເລີຍ, ມົນທົນຢຸນໜານປະເທດຈີນເປັນເວລາ 4 ວັນ.