ແຟນລັງ ໄດ້ສະຫງວນເງິນກ່ວາ 100 ລ້ານ USD ເພື່ອໜູນຊ່ວຍບັນດາໂຄງການລົງທຶນສາທາລະນະຢູ່ຫວຽດນາມ
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານ Kari Kahiluoto ເອກອັກຄະລັດຖະທູດ ແຟນລັງປະຈຳ ຫວຽດນາມ ໃຫ້ຮູ້ວ່າ ພິທີລົງນາມສັນຍາແມ່ ໄດ້ດຳເນີນໃນວັນທີ 21 ມັງກອນ. ທ່ານ Kari Kahiluoto ແລະ ທ່ານ ເຈິ່ນຊວັນຮ່າ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ ໄດ້ຮັບການມອບສິດລົງນາມສັນຍາຈາກລັດຖະບານສອງປະເທດ.