ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ສປປ.ລາວ 5 ປີ ຄັ້ງທີ IX
ມາຮອດປັດຈຸບັນ, ກະຊວງແຜນການ ແລະ ການລົງທຶນ ໂດຍການສົມທົບກັບ ຂະແໜງການ ແລະ ທ້ອງຖິ່ນ ໄດ້ສຳເລັດຮ່າງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສະບັບທີ 1 ເຊິ່ງໄດ້ກຳນົດຈຸດໝາຍ ລວມຂອງແຜນການ 5 ປີຄັ້ງນີ້ ແມ່່ນສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມ ຕາມທ່າແຮງ ທີ່ມີຢ່າງເຕັມສ່ວນ ເພື່ອພັດທະນາປະເທດຊາດ ບັນລຸເງື່ອນໄຂ ການ ຫລຸດພົ້ນອອກຈາກສະ ຖານະພາບຄວາມດ້ອຍ ພັດທະນາຢ່າງໜັກແໜ້ນ ດ້ວຍການເຕີບໂຕທີ່ມີ ຄຸນນະພາບຕາມທິດສົມດຸນ ແລະ ສີຂຽວ ແລະ ບັນລຸເປົ້າໝາຍການພັດທະນາ ແບບຍືນຍົງໃນປີ 2030.