ເອົາຄວາມເພິ່ງພໍໃຈຂອງປະຊາຊົນ ເປັນໄມ້ຫຼາຕີລາຄາປະສິດທິຜົນການເຄື່ອນໄຫວຂອງແນວໂຮມ

ເອົາຄວາມເພິ່ງພໍໃຈຂອງປະຊາຊົນ ເປັນໄມ້ຫຼາຕີລາຄາປະສິດທິຜົນການເຄື່ອນໄຫວຂອງແນວໂຮມ

ຍສໝ - "ເດືອນຮັບຟັງສຽງປະຊາຊົນ", "ປະຕູຂໍ້ມູນແນວໂຮມດີຈີຕອນ", ຊຸດດັດສະນີຄວາມເຊື່ອໝັ້ນທາງສັງຄົມ... ແມ່ນບັນດາເນື້ອໃນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະទេດ ແນວໂຮມປະເທດຊາດຫວຽດນາມ ຄັ້ງທີ XI ໄດ້ກຳນົດຜັນຂະຫຍາຍພາຍໃດວາລະດຳລົງຕຳແໜ່ງປີ 2026-2031, ແນໃສ່ເປີດກວ້າງການມີສ່ວນຮ່ວມຂອງປະຊາຊົນ, ຍົກສູງຄຸນນະພາບການຮັບໃຊ້ປະຊາຊົນ ແລະ ເອົາຄວາມເພິ່ງພໍໃຈຂອງປະຊາຊົນ ເປັນໜຶ່ງພາຍໃດໄມ້ຫຼາຕີລາຄາປະສິດທິຜົນການເຄື່ອນໄຫວຂອງແນວໂຮມ.

ສູນກາງແນວລາວສ້າງຊາດ ທາບທາມຄຳເຫັນຕໍ່ມະຕິວຽກງານ ແນວໂຮມ ແລະ ມະຫາຊົນຂອງພັກ

ສູນກາງແນວລາວສ້າງຊາດ ທາບທາມຄຳເຫັນຕໍ່ມະຕິວຽກງານ ແນວໂຮມ ແລະ ມະຫາຊົນຂອງພັກ

ສູນກາງແນວລາວສ້າງຊາດ (ສ ນ ຊ) ຮ່ວມກັບ ຄະນະຮັບຜິດຊອບຊີ້ນຳລະດັບຊາດປັບປຸງມະຕິ05 ໄດ້ຈັດກອງປະຊຸມທາບທາມ ຄຳເຫັນຕໍ່ມະຕິວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໄໝ່ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-16 ສິງຫາ ຜ່ານມານີ້ ທີ່ຫ້ອງປະຊຸມ ສນຊ ພາຍໃຕ້ການເປັນ ປະທານ ຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຜູ້ຕາງໜ້າຈາກສະຫະພັນແມ່ຍິງ, ຊາວໜຸ່ມ, ກຳມະບານ,ສະຫະພັນນັກຮົບເກົ່າ ແລະ ແນວລາວສ້າງຊາດ 7 ແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.