ຮີບຮ້ອນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແນວໂຮມປະເທດຊາດຫວຽດນາມ

ຮີບຮ້ອນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແນວໂຮມປະເທດຊາດຫວຽດນາມ

ຍສໝ - ໃນວັນທີ 24 ມິຖຸນາ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມຄົ້ນຄວ້າ, ຮ່ຳຮຽນ, ກໍາແໜ້ນ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດຫວຽດນາມ ຄັ້ງທີ XI.

ປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວ ຂອງລະບົບແນວໂຮມປະເທດຊາດທຸກຂັ້ນ

ປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວ ຂອງລະບົບແນວໂຮມປະເທດຊາດທຸກຂັ້ນ

ຍສໝ - ວັນທີ 23 ມິຖຸນາ, ຢູ່ທີ່ແຂວງ ນິງບິງ, ຄະນະປະຈຳການ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄົ້ນຄວ້າ, ຮ່ຳຮຽນ, ກຳແໜ້ນ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປິຕຸພູມ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031 ຕາມຮູບແບບທາງກົງ ສົມທົບກັບທາງອອນລາຍ (Direct combined with Online), ຢູ່ທີ່ຈຸດເຊື່ອມຕໍ່ສູນກາງແຂວງ ນິງບິງ ແລະ 628 ຈຸດເຊື່ອມຕໍ່ຂັ້ນແຂວງ, ຂັ້ນຕາແສງ ຂອງບັນດາແຂວງ ທີ່ຂຶ້ນກັບກຸ່ມແຂ່ງຂັນເຂດພູດອຍ ແລະ ທົ່ງພຽງແມ່ນ້ຳແດງ.

ຊາວຫວຽດນາມຢູ່ຕ່າງປະເທດ 17 ຄົນ ເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI

ຊາວຫວຽດນາມຢູ່ຕ່າງປະເທດ 17 ຄົນ ເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI

ຍສໝ - ຫວ່າງມໍ່ໆມານີ້ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະກັບຜູ້ແທນຄົນຫວຽດນາມຢູ່ຕ່າງປະເທດ 17 ທ່ານ ທີ່ຫາກໍໄດ້ຮັບການແນະນຳ ແລະ ປຶກສາຫາລືຄັດເລືອກເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສົກປີ 2026-2031.

ແນວໂຮມປະເທດຊາດ ຫວຽດນາມ ກວດກາຄືນບັນດາຂະບວນການທີ່ມີລັກສະນະຮູບການ, ຜັນຂະຫຍາຍ

ແນວໂຮມປະເທດຊາດ ຫວຽດນາມ ກວດກາຄືນບັນດາຂະບວນການທີ່ມີລັກສະນະຮູບການ, ຜັນຂະຫຍາຍ "ເດືອນຮັບຟັງສຽງປະຊາຊົນ" ແລະ "ໝູ່ບ້ານດິຈິຕອນ"

ຍສໝ - ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ການນຳແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ ຈະດຳເນີນການກວດກາຄືນບັນດາຂະບວນການແຂ່ງຂັນທັງໝົດ, ກ້າຫານທີ່ຈະຢຸດຕິບັນດາການເຄື່ອນໄຫວທີ່ມີລັກສະນະຮູບການ, ພ້ອມທັງຜັນຂະຫຍາຍບັນດາຮູບແບບໃໝ່ ເຊັ່ນ: "ເດືອນຮັບຟັງສຽງປະຊາຊົນ", "ແນວໂຮມດິຈິຕອນ", "ໝູ່ບ້ານດິຈິຕອນ" ເພື່ອເພີ່ມທະວີການພົວພັນໂດຍກົງກັບປະຊາຊົນ ແລະ ຍົກສູງປະສິດທິຜົນໃນການຕິດຕາມກວດກາ, ວິພາກວິຈານສັງຄົມ.

ຜົນສຳເລັດຂອງກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ສະແດງໃຫ້ເຫັນເຖິງກຳລັງແຮງຂອງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ

ຜົນສຳເລັດຂອງກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ສະແດງໃຫ້ເຫັນເຖິງກຳລັງແຮງຂອງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ

ຍສໝ - ວັນທີ 13 ພຶດສະພາ, ກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026 - 2031 ໄດ້ຈັດກອງປະຊຸມວາລະອັດລົງ ຢູ່ທີ່ສູນປະຊຸມແຫ່ງຊາດ (ຮ່າໂນ້ຍ). ທ່ານນາງ ບຸຍທິມິງຮ່ວາຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ອ່ານສູນທອນພົດອັດກອງປະຊຸມໃຫຍ່. ວາລະສານ ຍຸກສະໄໝ ຂໍຖືເປັນກຽດແນະນຳເນື້ອໃນທັງໝົດດັ່ງນີ້:

ທ່ານນາງ ບຸຍທິມິງຮ່ວາຍ ດຳລົງຕຳແໜ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI

ທ່ານນາງ ບຸຍທິມິງຮ່ວາຍ ດຳລົງຕຳແໜ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI

ຍສໝ​ - ໃນຕອນເຊົ້າວັນທີ 13 ພຶດສະພາ, ສືບຕໍ່ລາຍການເຮັດວຽກ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI ໄດ້ຮັບຟັງບົດລາຍງານໝາກຜົນຂອງກອງປະຊຸມຄັ້ງທີໜຶ່ງ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031.

ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031

ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031

ຍສໝ - ສືບຕໍ່ລາຍການເຮັດວຽກ, ໃນຕອນບ່າຍວັນທີ 12 ພຶດສະພາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026-2031 ໄດ້ຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026-2031; ປຶກສາຫາລືເອກະພາບແຕ່ງຕັ້ງຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026-2031.

5 ກຸ່ມໜ້າທີ່ຈຸດສຸມຂອງແນວໂຮມປະເທດຊາດ ຫວຽດນາມ ໃນສະໄໝໃໝ່

5 ກຸ່ມໜ້າທີ່ຈຸດສຸມຂອງແນວໂຮມປະເທດຊາດ ຫວຽດນາມ ໃນສະໄໝໃໝ່

ຍສໝ​ - ວັນທີ 12 ພຶດສະພາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026-2031 ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍຢູ່ທີ່ ຮ່າໂນ້ຍ. ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກວ່າ: ກອງປະຊຸມໃຫຍ່ຄັ້ງນີ້ແມ່ນຂີດໝາຍເລີ່ມຕົ້ນຂອງໄລຍະແຫ່ງການພັດທະນາໃໝ່ຂອງ ແນວໂຮມປະເທດຊາດ ຫວຽດນາມ ດ້ວຍບົດບາດໃໝ່, ຮູບແບບການຈັດຕັ້ງໃໝ່ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃໝ່; ພ້ອມທັງຮຽກຮ້ອງໃຫ້ ແນວໂຮມ ຕ້ອງແມ່ນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນ, ສະທ້ອນໃຫ້ເຫັນເຖິງເຈດຈຳນົງຂອງປະຊາຊົນ ແລະ ປົກປ້ອງຜົນປະໂຫຍດອັນຊອບທຳຂອງປະຊາຊົນຢ່າງແທ້ຈິງ. ທ່ານເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ເນັ້ນໜັກເຖິງ 5 ກຸ່ມໜ້າທີ່ຈຸດສຸມຂອງ ແນວໂຮມປະເທດຊາດ ຫວຽດນາມ ໃນສະໄໝໃໝ່.

ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ເຂົ້າຮ່ວມວາງພວງມາລາຢ້ຽມຢາມສຸສານປະທານ ໂຮ່ຈີມິນ

ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ເຂົ້າຮ່ວມວາງພວງມາລາຢ້ຽມຢາມສຸສານປະທານ ໂຮ່ຈີມິນ

ຍສໝ - ກ່ອນທີ່ຈະເລີ່ມວາລະກຽມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031, ໃນຕອນເຊົ້າວັນທີ 11 ພຶດສະພາ, ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ໂດຍແມ່ນທ່ານນາງ ບຸຍທິມິງຮວ່າຍ (Bùi Thị Minh Hoài) - ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມວາງພວງມາລາຢ້ຽມຢາມສຸສານປະທານ ໂຮ່ຈີມິນ ແລະ ຈຸດທູບລະນຶກເຖິງບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສອນສະຖານວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ.

ຄະ​ນະປະຕິບັດງານຄະ​ນະ​ກຳ​ມະ​ການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່ Fukuoka, ຍີ່​ປຸ່ນ

ຄະ​ນະປະຕິບັດງານຄະ​ນະ​ກຳ​ມະ​ການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່ Fukuoka, ຍີ່​ປຸ່ນ

ຍສໝ - ແຕ່​ວັນ​ທີ 7-8 ມິຖຸນາ, ຄະ​ນະປະຕິບັດງານ ຫວຽດນາມ​ ໂດຍ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫວຽນຮູຍຢຸ້ງ ນຳໜ້າຄະນະ ​ໄປ​ຢ້ຽມຢາມເຮັດ​ວຽກ​ຢູ່ Fukuoka, ຍີ່ປຸ່ນ.

ການຮ່ວມມືແລກປ່ຽນຢ່າງຮອບດ້ານ ລະຫວ່າງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະ ແນວລາວສ້າງຊາດແຂວງເຊກອງ

ການຮ່ວມມືແລກປ່ຽນຢ່າງຮອບດ້ານ ລະຫວ່າງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະ ແນວລາວສ້າງຊາດແຂວງເຊກອງ

ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນຕາມກີ່, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະແນວລາວສ້າງຊາດແຂວງເຊກອງ (ລາວ) ຈັດຕັ້ງການພົບປະເຈລະຈາປະຈໍາປີ 2019.