ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ
ຍສໝ - ໃນລະຫວ່າງ ວັນທີ 9 ແລະ 10 ມີນາ, ພໍ່ແມ່ປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍ ຢູ່ຕາແສງຊາຍແດນ ວ່າງດ໋ານ, ເມືອງ ນ້ຳໂປ (ແຂວງ ດ້ຽນບຽນ) ຫຼາຍຮ້ອຍຄົນ ໄດ້ຮັບການກວດ, ແຈກຢາຍຢຸກຢາ ໂດຍບໍ່ເສຍຄ່າ ແລະ ຮັບຂອງຂວັນ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດໂຄງການ “ຮ່ວມເດີນທາງກັບແມ່ຍິງຊາຍແດນ” ປີ 2024 ຈັດໂດຍກອງບັນຊາການທະຫານຊາຍແດນແຂວງ ດ້ຽນບຽນ ພ້ອມກັບ ສະຫະພັນແມ່ຍິງແຂວງ.