ແຂວງ Luxor ຂອງ ອີຢິບ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ
ຍສໝ - ວັນທີ 25 ກຸມພານີ້, ຄະນະປະຕິບັດງານສະຖານທູດ ຫວຽດນາມ ປະຈຳ ອີຢິບ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢຸງ ນຳໜ້າ ໄດ້ມີການພົບປະເຮັດວຽກກັບການນຳແຂວງ Luxor ປະເທດ ອີຢິບ ແລະ ສົມທົບກັບຫ້ອງການການຄ້າແຂວງ Luxor ຈັດຕັ້ງການສຳມະນາການຄ້າ ດ້ວຍຫົວຂໍ້ “ກາລະໂອກາດດຳເນີນທຸລະກິດຂອງ ຫວຽດນາມ - ອີຢິບ” ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ,ວັດທະນະທຳ, ກະສິກຳ ແລະ ການສຶກສາ ລະຫວ່າງ ຫວຽດນາມ ແລະ ອີຢິບ ກໍ່ຄືລະຫວ່າງທ້ອງຖິ່ນຂອງ 2 ປະເທດ ໃຫ້ຫຼາຍກ່ວາອີກ.