ເລິມດົງ: ຮັບນັກສຶກສາຕ່າງປະເທດຈາກແຂວງ ບໍລິຄຳໄຊ ແລະ ຈຳປາສັກ ຂອງປະເທດເພື່ອນ ລາວ

ເລິມດົງ: ຮັບນັກສຶກສາຕ່າງປະເທດຈາກແຂວງ ບໍລິຄຳໄຊ ແລະ ຈຳປາສັກ ຂອງປະເທດເພື່ອນ ລາວ

ຍສໝ - ໂດຍປະຕິບັດໂຄງການຮ່ວມມືສາກົນລະຫວ່າງແຂວງ ເລິມດົງ ກັບ ແຂວງ ຈໍາປາສັກ ແລະ ແຂວງ ບໍລິຄຳໄຊ (ລາວ) ກ່ຽວກັບການລົງນາມການຮ່ວມມື ແລະ ໜູນຊ່ວຍການບຳລຸງສ້າງນັກສຶກສາ ລາວ, ຫວ່າງມໍ່ໆມານີ້, ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ເລິມດົງ ໄດ້ຈັດພິທີມອບ-ຮັບນັກສຶກສາ ລາວ 5 ຄົນທີ່ມາຮຽນຢູ່ມະຫາວິທະຍາໄລ ດາລາດ ສົກຮຽນ 2024-2025.

ເລຂາຄະນະພັກແຂວງ ເງ້ອານ ຕ້ອນຮັບການນຳແຂວງ ບໍລິຄຳໄຊ, ສປປ ລາວ

ເລຂາຄະນະພັກແຂວງ ເງ້ອານ ຕ້ອນຮັບການນຳແຂວງ ບໍລິຄຳໄຊ, ສປປ ລາວ

ຍສໝ - ວັນທີ 13 ສິງຫາ, ຢູ່ນະຄອນ ວິງ, ສະຫາຍ ໄທແທງກຸ໋ຍ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ​ເງ້ອານ ໄດ້ໃຫ້ການຕ້ອນຮັບ ສະຫາຍ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດເຂດ 11 ແຂວງ ບໍລິຄຳໄຊ, ສປປ ລາວ ພ້ອມດ້ວຍຄະນະ.

ບໍລິສັດເບຍລາວ ມອບເງິນ 100 ລ້ານກີບ ໃຫ້ແຂວງບໍລິຄໍາໄຊ ປ້ອງກັນພະຍາດໂຄວິດ-19

ບໍລິສັດເບຍລາວ ມອບເງິນ 100 ລ້ານກີບ ໃຫ້ແຂວງບໍລິຄໍາໄຊ ປ້ອງກັນພະຍາດໂຄວິດ-19

ໃນວັນທີ 15 ມີນາ 2021 ນີ້, ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວຈຳກັດ ໄດ້ມອບເງິນຈຳນວນ 100 ລ້ານກີບ ເພື່ອສົມທົບທຶນ ປະກອບສ່ວນ ໃຫ້ແຂວງບໍລິຄຳໄຊ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ​ເຊິ່ງຕາງໜ້າ​ຮັບ​ໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

ແຂວງບໍລິຄຳໄຊ ມີຄວາມຕ້ອງການໃຫ້ແຂວງເຫງະອານ ກໍ່ສ້າງຖັນແຖວພະນັກງານແນວໂຮມ

ແຂວງບໍລິຄຳໄຊ ມີຄວາມຕ້ອງການໃຫ້ແຂວງເຫງະອານ ກໍ່ສ້າງຖັນແຖວພະນັກງານແນວໂຮມ

ຍສໝ - - ນອກຈາກການຮ່ວມມືຢ່າງໃກ້ຊິດ ແລະ ການແລກປ່ຽນຂໍ້ມູນຂ່າວສານ, ຄະນະກຳມະການແນວລາວສ້າງຊາດແຂວງບໍລິ ຄຳໄຊ, ຮຽກຮ້ອງມາຍັງ ຄະນະກຳມະການແນວໂຮມຊາດແຂວງເຫງະອານ ກໍ່ສ້າງ, ຝຶກອົບຮົມພະນັກງານແນວລາວສ້າງຊາດ ໃຫ້ແຂວງບໍລິ ຄຳໄຊ, ສ້າງຖັນແຖວພະນັກງານ ແນວລາວສ້າງຊາດທີ່ມີຄວາມຫັຼກແຫຼມ, ສືບທອດ ແລະ ເສີມຂະຫຍາຍບັນດາຜົນສຳເລັດຂອງແນວລາວສ້າງຊາດທີ່ຜ່ານມາ.

ຜົນສຳເລັດຂອງສະພາປະຊາຊົນແຂວງຮ່າຕິ້ງ ແມ່ນບົດຮຽນ ສຳລັບແຂວງບໍລິຄຳໄຊ ໃນການຍົກສູງຄຸນນະພາບຂອງການເຄື່ອນໄຫວ

ຜົນສຳເລັດຂອງສະພາປະຊາຊົນແຂວງຮ່າຕິ້ງ ແມ່ນບົດຮຽນ ສຳລັບແຂວງບໍລິຄຳໄຊ ໃນການຍົກສູງຄຸນນະພາບຂອງການເຄື່ອນໄຫວ

ຍສໝ - ກ່າວຄຳເຫັນໃນກອງປະຊຸມແລກປ່ຽນປະສົບການ ກັບ ສະພາປະຊາຊົນແຂວງຮ່າຕິ້ງ ໃນຕອນເຊົ້າມື້ນີ້ (8 ສິງຫາ), ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ບໍລິຄຳໄຊ, ສຸວັນນີ ໄຊຊະນະ ເນັ້ນໜັກວ່າ: ນີ້ແມ່ນໂອກາດທີ່ຈະເຮັດໃຫ້ສະພາປະຊາຊົນແຂວງບໍລິ ຄຳໄຊ ມີບົດຮຽນຫລາຍຂຶ້ນ, ຍົກສູງຄຸນນະພາບ ແລະ ປະສິດທິພາບ ໃນການ ເຄື່ອນໄຫວປະຕິບັດງານ.