ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ກັບຄືນຫາເຄົ້າກຳເນີດ ແລະມອບເຮືອນເອື້ອອາທອນໃຫ້ແກ່ປະຊາຊົນຕາແສງ ດ່ຽມໝາກ
ຍາໝ - ກ່າວຄຳເຫັນທີ່ເຂດຮ່ອງຮອຍປະຫວັດສາດ ເປັນສະຖານທີ່ທີ່ອົງການທຳອິດຂອງສະຫະພັນໄດ້ຮັບການສ້າງຕັ້ງທີ່ ບ້ານ ລ່ອງຄວາ, ຕາແສງ ດ່ຽມໝາກ, ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນ ໄດ້ເນັ້ນໜັກເຖິງຄວາມສຳຄັນດ້ານປະຫວັດສາດ ແລະ ອະດີດຕະການແຫ່ງຄວາມສະຫງ່າອົງອາດ ຂອງຄະນະກຳມະການປົກປ້ອງສັນຕິພາບ ໂລກຂອງຫວຽດນາມໃນເມື່ອກ່ອນກໍ່ຄືສະຫະພັນບັນດາອົງການມິດຕະພາບ ຄືໃນປະຈຸບັນ.