ເຮືອບິນສາຍການບິນ ເອທິໂອເປຍ ຕົກພ້ອມຜູ້ໂດຍສານ ແລະຈຸບິນລວມ 157 ຄົນ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນ ແອດດິສ ອາບາບາ ປະເທດເອທິໂອເປຍ ເມື່ອວັນທີ 10 ມີນາ 2019 ວ່າ ສາຍການບິນເອທິໂອເປຍແອລາຍ ຂອງປະເທດເອທິໂອເປຍຖະແຫລງວ່າ ຊີອີໂອ ຂອງເອທິໂອປຽນ ແອລາຍ ຢູ່ໃນທີ່ເກີດເຫດແລ້ວ ແລະສະແດງຄວາມເສຍໃຈທີ່ຈະຕ້ອງຢືນຢັນວ່າບໍ່ມີຜູ້ລອດຊີວິດແມ່ນແຕ່ຄົນດຽວ ຈກອຸບັດຕິເຫດເຮືອບິນໂດຍສານໂບອິ້ງ 737 ຂອງເອທິໂອປຽນ ແອລາຍ ຖ້ຽວບິນອີທີ 302 ຈາກນະຄອນ ແອດິສ ອາບາບາ ມຸ່ງຫນ້າສູ່ຈຸດໝາຍປາຍທາງທີ່ນະຄອນໄນໂຣບີ ປະເທດເຄນຢາ ພ້ອມຜູ້ໂດຍສານ 149 ຄົນ ແລະຈຸບິນ 8 ຄົນ ລວມເປັນ 157 ຄົນປະສົບເຫດຕົກຫລັງຈາກບິນຂື້ນໄດ້ບໍ່ດົນ ເພາະເຮືອບິນຂາດການຕິດຕໍ່ 6 ນາທີຫລັງຈາກທີ່ບິນຂື້ນ