ຍສໝ - ກອງປະຊຸມນັກລົງທຶນປີ 2023 ໂດຍ VinaCapital ຈັດຕັ້ງໃນວັນທີ 3/10 ຢູ່ນະຄອນໂຮ່ຈິມິນ ໄດ້ດຶງດູດນັກລົງທຶນສາກົນ 150 ກວ່າວິສາຫະກິດ, ສະຖາບັນການເງິນໃຫຍ່, ບໍລິສັດເຕັກໂນໂລຊີເລີ່ມຕົ້ນເຂົ້າຮ່ວມ.
ຍສໝ - ໃນບົດລາຍງານເພີ່ມເຕີມ ໃນການຄາດຄະເນການພັດທະນາອາຊີ (ADO) 2022 ໄດ້ພິມເຜີຍແຜ່ໃນວັນທີ 23 ກໍລະກົດນີ້, ທະນາຄານພັດທະນາອາຊີ (ADB) ໄດ້ຮັກສາການຄາດຄະເນການເຕີບໂຕຂອງຫວຽດນາມ ໃຫ້ຢູ່ທີ່ 6,5% ໃນປີ 2022 ແລະ 6,7% ໃນປີ 2023, ຄືທີ່ໄດ້ປະກາດ ADO ໃນເດືອນເມສາ 2022.
ຍສໝ - ໃນວັນທີ 22 ກັນຍານີ້, ທະນາຄານພັດທະນາອາຊີ (ADB) ໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອປະກາດບົດລາຍງານການອັບເດດແງ່ຫວັງການພັດທະນາອາຊີ (ADO) ປີ 2021.
ຍສໝ - ໃນປີ 2020 ແລະ ຊຸມປີຈະມາເຖິງ, ກາລະໂອກາດລົງທຶນຂອງຫວຽດນາມ ຈະນອນໃນບັນດາຂະແໜງການທີ່ມີີຄ່າໄດ້ປຽບມາແຕ່ດົນນານຄື ຕໍາແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ, ເຄື່ອງເອເລັກໂຕນິກ; ຜະລິດຕະພັນກະເສດ ແລະ ສິນໃນນໍ້າ...
ຍສໝ - ພື້ນຖານເສດຖະກິດຂອງຫວຽດນາມ ໄດ້ຮັບການຕີລາຄາວ່າ ຍັງຄົງຮັກສາໄດ້ລະດັບເຕີບໂຕຢ່າງແຮງໃນປີ 2019 ແລະ ປີ 2020 ຢູ່ລະດັບ ທຽບເທົ່າແມ່ນ 6,8% ແລະ 6,7%, ພາຍຫຼັງມີບາດກ້າວບຸກທະລຸຢ່າງແຮງດ້ວຍລະດັບ 7,1% ໃນປີ 2018.