ຍສໝ - ຕອນບ່າຍວັນທີ 5/8, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສນະໂຍບາຍການຕ່າງປະເທດ “ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ເຊື່ອມໂຍງຢ່າງສະໜິດແໜ້ນພ້ອມກັນສູ້ຊົນເພື່ອທະວີບອາຊີ - ປາຊີຟິກ ແລະ ມະຫາສະໝຸດອິນເດຍທີ່ຂະຫຍັນຂັນເຄື່ອນ,ກວມລວມ, ສັນຕິພາບ, ຮ່ວມມື ແລະ ພັດທະນາ”, ຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ນະຄອນໂຮ່ຈິມິນ, ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ (DFAT), ມະຫາວິທະຍາໄລເຕັກໂນໂລຊີ Sydney (UTS), ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ (MOST), Saigon Innovation Hub ແລະ ມະຫາວິທະຍາໄລເຕັກໂນໂລຊີນະຄອນໂຮ່ຈິມິນ ໄດ້ສົມທົບກັນຈັດຕັ້ງເວທີປາໄສການຮ່ວມມືດ້ານເຕັກໂນໂລຊີໃນການດຳເນີນທຸລະກິດ ແລະ ການຄ້າລະຫວ່າງອົດສະຕາລີ ແລະ ຫວຽດນາມ.
ວັນທີ 5 ທັນວາ ຈະມາເຖິງ, ຢູ່ຮ່າໂນ້ຍ ຈະດຳເນີນເວທີປາໄສລະດັບຊາດປະຈຳປີ “ວັດທະນະທຳ ກັບ ວິສາຫະກິດ”. ເວທີປາໄສປີນີ້ ມີຫົວຂໍ້ວ່າ “ການປະສົມປະສານ ວັດທະນະທຳ - ພື້ນຖານຟື້ນຟູ ແລະ ພັດທະນາເສດຖະກິດແບບຍືນຍົງ”.
ເວທີປາໄສໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍຢ່າງສຸດຂີດ, ເຕົ້າໂຮມພູມປັນຍາຢ່າງຄົບຖ້ວນ, ການປະກອບສ່ວນບໍ່ພຽງແຕ່ຂອງບັນດາສະມາຊິກ ສະພາແຫ່ງຊາດ ເທົ່ານັ້ນ ຫາກຍັງດຶງດູດ, ສ້າງເຄືອຂ່າຍຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງລົງເລິກແຖວໜ້າພາຍໃນປະເທດ ແລະ ຂອງບັນດາອົງການຈັດຕັ້ງສາກົນອີກດ້ວຍ.
ວັນທີ 21 ກັນຍາ, ເວທີປາໄສລັດຖະບານ - ອົງການບໍ່ຂຶ້ນກັບລັດຖະບານ ອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ ຄັ້ງທີ 15 ດ້ວຍຫົວຂໍ້ “ເພີ່ມທະວີຄວາມສາມາດໃນການຟື້ນຟູ ແລະ ຄວາມສາມັກຄີຂອງຄອບຄົວ: ຜ່ານຜ່າຄວາມຫຍຸ້ງຍາກ ແລະ ປັບຕົວໃຫ້ແທດເໝາະ ກັບສະພາບການໃໝ່” ໄດ້ດຳເນີນຕາມຮູບແບບທາງອອນລາຍໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ ບັນດາອົງການບໍ່ຂຶ້ນກັບລັດຖະບານທີ່ມາຈາກບັນດາປະເທດອາຊຽນ, ຄະນະເລຂາອາຊຽນ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ.
ຍສໝ - ບັນດາຜູ້ແທນກໍ່ເນັ້ນໜັກເຖິງຄວາມມານະພະຍາຍາມໃນການຟື້ນຕົວຂອງອາຊຽນເວົ້າສະເພາະ ແລະ ພາກພື້ນເວົ້າລວມໃນສະພາບການໂລກລະບາດ Covid – 19.
ຍສໝ - ໃນໂອກາດນີ້, ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນໂຮ່ຈີມິນ ໄດ້ລົງນາມໃນຂໍ້ຕົກລົງອຸປະຖຳກັບອົງການການຄ້າ ແລະ ພັດທະນາອາເມລິກາ ໃຫ້ແກ່ໂຄງການ “ໜູນຊ່ວຍເຕັກນິກການກໍ່ສ້າງສູນບໍລິຫານຕົວເມືອງອັດສະລິຍະໃຫ້ແກ່ນະຄອນໂຮ່ຈີມິນ” ດ້ວຍຍອດມູນຄ່າໜູນຊ່ວຍດ້ານເຕັກນິກແມ່ນເກືອບ 1,5 ລ້ານ USD.