ຍສໝ - ໃນຄືນວັນທີ 10 ກໍລະກົດ, ສະມາຊິກຄະນະກູ້ໄພກູ້ຊີບ ຫວຽດນາມ ຈຳນວນ 124 ທ່ານ ໄດ້ເດີນທາງກັບຄືນຮອດສະໜາມບິນສາກົນ ໂນຍບາຍ ພາຍຫຼັງເກືອບສອງສັບປະດາ ແຫ່ງການຊ່ວຍເຫຼືອ ເວເນຊູເອລາ ຟື້ນຟູຜົນກະທົບຈາກໄພແຜ່ນດິນໄຫວ. ຄະນະກູ້ໄພ ໄດ້ຊອກຄົ້ນ ແລະ ມອບ-ຮັບ ສົບຜູ້ເສຍຊີວິດ ຈຳນວນ 57 ສົບ, ກຳນົດໄດ້ 46 ຈຸດທີ່ມີຜູ້ປະສົບໄພ ແລະ ໄດ້ກວດພະຍາດ ພ້ອມທັງແຈກຢາຍຢາປົວພະຍາດໃຫ້ແກ່ປະຊາຊົນ 132 ທ່ານ; ກຳລັງພົນທັງໝົດ, ສຸນັກວິຊາສະເພາະ ແລະ ອຸປະກອນເຕັກນິກ ແມ່ນໄດ້ຮັບການຮັບປະກັນຄວາມປອດໄພຢ່າງສົມບູນ.
ຍສໝ - ໃນຕອນເຊົ້າວັນທີ 6 ກໍລະກົດ ຕາມເວລາທ້ອງຖິ່ນ, ໂດຍໄດ້ຮັບການມອບສິດຈາກລັດຖະບານ ເວເນຊູເອລາ, ພັນໂທ ຣາອູນ Raúl Serrano Chacón ສັງກັດກອງບັນຊາການທະຫານຮັກສາການປະທານາທິບໍດີ - ຜູ້ປະສານງານຄະນະກູ້ໄພກູ້ຊີບ ຫວຽດນາມ - ໄດ້ເປັນປະທານພິທີມອບຫຼຽນໄຊ “ວີລະຊົນ ເວເນຊູເອລາ” ຊັ້ນໜຶ່ງ ໃຫ້ແກ່ ຄະນະກູ້ໄພກູ້ຊີບ ຫວຽດນາມ ແລະ ຊັ້ນສອງ ໃຫ້ແກ່ບັນດາສະມາຊິກພາຍໃນຄະນະ.
ຍສໝ - ວັນທີ 25 ມິຖຸນາ, ພາຍໃນງານຖະແຫຼງຂ່າວປະຈຳຂອງກະຊວງການຕ່າງປະເທດ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ຫວຽດນາມ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວເຖິງ ລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ, ໃນຂະນະດຽວກັນກໍຢັ້ງຢືນວ່າ ພ້ອມແລ້ວທີ່ຈະມີບັນດາຮູບແບບການໜູນຊ່ວຍທີ່ເໝາະສົມ ເພື່ອຊ່ວຍປະເທດເພື່ອນມິດແກ້ໄຂຜົນສະທ້ອນຈາກໄພທຳມະຊາດ.
ຍສໝ - ນັບຕັ້ງແຕ່ວັນທີ 23-24 ມິຖຸນາ, ສະຫາຍ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ ປະເທດເວເນຊູເອລາ.
ຍສໝ - ໃນປີ 2026, ສະມາຄົມມິດຕະພາບຫວຽດນາມ-ເວເນຊູເອລາ ມຸ່ງໄປສູ່ການຮັກສາຊ່ອງທາງການສື່ສານທີ່ໝັ້ນຄົງ ແລະ ຈັດຕັ້ງປະຕິບັດເນື້ອໃນການຮ່ວມມືຢ່າງຄ່ອງແຄ້ວກັບບັນດາຄູ່ຮ່ວມມືເວເນຊູເອລາ, ຜ່ານນັ້ນເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດຍິ່ງແໜ້ນແຟ້ນຍິ່ງຂຶ້ນ.
ຍສໝ - ວັນທີ 19 ສິງຫາ, ລັດຖະບານ ເວເນຊູເອລາ ໄດ້ສົ່ງຄຳອວຍພອນອັນອົບອຸ່ນມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາສຳເລັດຜົນ. ເນື່ອງໃນໂອກາດນີ້, ລັດຖະບານ ເວເນຊູເອລາ ຢືນຢັນວ່າຈະສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບຫວຽດນາມ.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງພັກສັງຄົມນິຍົມເອກະພາບ ເວເນຊູເອລາ (PSUV), ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ - ເວເນຊູເອລາ ນຳໜ້າໂດຍທ່ານຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ດົງຮຸຍເກືອງ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ເປັນສັກຂີພິຍານການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນຢູ່ ເວເນຊູເອລາ ແຕ່ວັນທີ 24 – 29 ພຶດສະພາ.
ຍສໝ - ໂດຍຮັບຮູ້ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ເວເນຊູເອລາ, ບັນດານັກຊ່ຽວຊານ ແລະ ນັກການທູດ ໄດ້ສະເໜີຫຼາຍຂໍ້ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ຈາກການຂຸດຄົ້ນບັນດາທ່າໄດ້ປຽບຂອງແຫຼ່ງຊັບພະຍາກອນທຳມະຊາດ, ການພັດທະນາກະສິກຳອິນຊີນຳໄປສູ່ການເປີດກວ້າງການລົງທຶນ ແລະ ການຄ້າໂດຍກົງ. ບັນດາຄວາມຄິດເຫັນທີ່ໄດ້ຮັບຮູ້ຢູ່ກອງປະຊຸມເຈລະຈາສາກົນ “35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ-ເວເນຊູເອລາ: ສະພາບການຕົວຈິງແລະ ແງ່ຫວັງ” ໂດຍສະຖາບັນຄົ້ນຄ້ວາ ທະວີບອາເມລິກາ (ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ) ສົມທົບກັບສະຖານທູດ ເວເນຊູເອລາ ປະຈຳ ຫວຽດນາມ ຈັດຕັ້ງໃນວັນທີ 29 ສິງຫາ.
ຍສໝ - ຫວ່າງແລ້ວນິ້, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ໄປຖະຫວາຍດອກໄມ້ທູບທຽນເພື່ອໄຫວ້ອາໄລຫາປະທານ ໂຮ່ຈີມິນ ທີ່ອະນຸສາວະລີ ໂຮ່ຈີມິນ ຢູ່ຖະໜົນຫຼວງ Simón Bolívar, ນະຄອນຫຼວງ Caracas.
ຍສໝ - ຫວ່າງແລ້ວນີ້, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ແລະ ມະຫາວິທະຍາໄລສັງລວມ Santa María (USM) ໄດ້ຈັດຕັ້ງເຫດການສະເຫຼີມສະຫຼອງວັນຫວຽດນາມ ຢູ່ນະຄອນຫຼວງ Caracas ເພື່ອໂຄສະນາກ່ຽວກັບປະຫວັດສາດທີ່ເປັນມູນເຊື້ອ, ຄຸນຄ່າທາງດ້ານວັດທະນະທຳ, ພ້ອມກັນນັ້ນ ກໍ່ແນະນຳຕໍ່ລຸ້ນໜຸ່ນ ເວເນຊູເອລາ ກ່ຽວກັບ ຫວຽດນາມ ທີ່ເຂັ້ມແຂງແຮງກ້າ ແຕ່ຍັງມີສະເໜ່.
ຍສໝ -ວັນທີ 14 ທັນວາ, ສະຖານທູດ ແລະຫ້ອງການທີ່ປຶກສາທູດປ້ອງກັນຊາດ ຫວຽດນາມ ປະຈໍາ ເວເນຊູເອລາ ໄດ້ສົມທົບກັບກະຊວງປ້ອງກັນປະເທດເວເນຊູເອລາ.
ຍສໝ - ເນື່ອງໃນໂອກາດງານຕະຫຼາດນັດປຶ້ມສາກົນ ເວເນຊູເອລາ ຄັ້ງທີ 17 (FILVEN 2021), ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ ໄດ້ຈັດຕັ້ງການໂອ້ລົມສົນທະນາ ກ່ຽວກັບວັດທະນະທຳຫວຽດນາມ ດ້ວຍຫົວຂໍ້ “ຮີດຄອງປະເພນີບູຊາບັນພະບຸລຸດ ແລະ ບຸນປີໃໝ່” - ດ້ວຍຮູບແບບອອນໄລ ແລະ ໂດຍກົງ.
ຍສໝ - ຜ່ານປະຫວັດສາດນັບຫຼາຍພັນປີ, ຫວຽດນາມ ສ້າງໄດ້ພື້ນຖານວັນນະຄະດີທີ່ອຸດົມສົມບູນ.
ຍສໝ - ວັນທີ 27 ກັນຍາ, ສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ ໄດ້ດຳເນີນກອງປະຊຸມສຳມະນາທາງຖ່າຍທອດສົດດ້ວຍຫົວຂໍ້ວ່າ “ສົ່ງເສີມການຄ້າ, ການລົງທຶນ, ເຜີຍແພ່ຢ່າງທົ່ວເຖິງວັດທະນະທຳ ແລະ ການທ່ອງທ່ຽວລະຫວ່າງຫວຽດນາມ ແລະ ເວເນຊູເອລາ”.
ຍສໝ - ທ່ານເອກອັກຄະລັດຖະທູດ ເລວຽກຢຽນ ຢືນຢັນວ່າລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືສອງຝ່າຍ, ພິເສດແມ່ນໃນບັນດາຂົງເຂດເຊິ່ງສອງປະເທດມີຄວາມສາມາດບົ່ມຊ້ອນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2020), ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳຫວຽດນາມ - ເວເນຊູເອລາ ທີ່ໂຮງລະຄອນ Principal de Caracas.
ຍສໝ - ກອງປະຊຸມສຳມະນາມີແຂກຖືກເຊີນ ເກືອບ 60 ຄົນ ແລະ ບັນດານັກວິສາຫະກິດ, ນັກທຸລະກິດ ຫວຽດນາມ ແລະ ເວເນຊູເອລາເຂົ້າຮ່ວມ.
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ພຶດສະພາ 2019 ວ່າ ທ່ານ ໄມ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ເຜີຍແຜ່ວິດີໂອເມື່ອວັນເສົາທີ່ຜ່ານມາ ເຊິ່ງເປັນການຖະແຫຼງຮຽກຮ້ອງເຖິງປະຊາຊົນເວເນຊູເອລາວ່າ ເຖິງເວລາແລ້ວສຳລັບການປ່ຽນແປງ ພ້ອມທັງກ່າວຢ້ຳຄືນວ່າ ປະຊາຊົນເວເນຊູເອລາເປັນເຈົ້າຂອງອຳນາດອະທິປະໄຕຢ່າງແທ້ຈິງ ແລະ ບັດນີ້ໄດ້ເວລາອັນສົມຄວນທີ່ສຸດໃນການຮຽກຄືນອຳນາດດັ່ງກ່າວ ແລະ ປິດທ້າຍວ່າ ລັດຖະບານອາເມຣິກາຈະຢືນຄຽງຂ້າງໄຊຊະນະຂອງປະຊາຊົນເວເນຊູເອລາ.