ນະຄອນ ໂຮ່ຈີມິນ "ເລົ່າເລື່ອງ" ຕົວເມືອງ ໃນໂອກາດສະເຫຼີມສະຫຼອງ 51 ປີ ແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ
ຍສໝ - ໃນບັນຍາກາດແຫ່ງການສະເຫຼີມສະຫຼອງ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ ປີ 1975 - ວັນທີ 30 ເມສາ ປີ 2026), "ງານວາງສະແດງ ແລະ ລາງວັນວິຈິດສິນ 2026 - ສິລະປະການປັ້ນຫຼໍ່ຂອງນະຄອນ ໃນຮອບ 5 ປີ" ໄດ້ໄຂຂຶ້ນໃນວັນທີ 27 ເມສາ ຢູ່ຫໍພິພິທະພັນວິຈິດສິນ ນະຄອນ ໂຮ່ຈີມິນ, ເຊິ່ງໄດ້ດຶງດູດບັນດາຜູ້ຊ່ຽວຊານ ແລະ ມວນຊົນທີ່ມັກຮັກໃນສິລະປະເຂົ້າຮ່ວມຢ່າງຫຼວງຫຼາຍ.