ບັນ​ດາ​ອົງ​ກາ​ນ​ຕາງ​ໜ້າ​ຫວຽດ​ນາມ, ສະ​ຖ​ານ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ​ຈັດ​ຕັ້ງ​ພິ​ທີ​ໄວ້​ອາ​ໄລ​ທ່ານ​ອະ​ດີດ​ເລ​ຂ​າ​ທິການ​ໃຫຍ່ ເລ​ຂາ​ຟຽວ

ບັນ​ດາ​ອົງ​ກາ​ນ​ຕາງ​ໜ້າ​ຫວຽດ​ນາມ, ສະ​ຖ​ານ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ​ຈັດ​ຕັ້ງ​ພິ​ທີ​ໄວ້​ອາ​ໄລ​ທ່ານ​ອະ​ດີດ​ເລ​ຂ​າ​ທິການ​ໃຫຍ່ ເລ​ຂາ​ຟຽວ

ຍ​ສ​ໝ - ໃນ​ວັນ​ທີ 14 ສິງ​ຫາ, ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ​ກໍ່​ໄດ້​ຈັ​ດ​ຕັ້ງ​ຢ່າງ​ສົມ​ກຽວ​ພິ​ທີ​ໄວ້​ອາ​ໄລ​ ທ່ານ​ອະ​ດີດ​ເລ​ຂາ​ທິກ​ານ​ໃຫ​ຍ່​ຄະ​ນະ​ບໍລິ​ຫານ​ງານ​ສູງ​ການ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເລ​ຂາ​ຟຽວ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ໝູ່​ຄະ​ນະ​ພະ​ນັກ​ງານສະ​ຖານ​ທູດ, ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການປະ​ຈຳ ແລະ ບັນ​ດາ​ອົງ​ຄະ​ນະ​ພັກ ທີ່​ຂຶ້ນ​ກັບ​ອົງ​ຄະ​ນະ​ພັກ ວໍ​ຊິງ​ຕັນ ດີ​ຊີ. ພ້ອມ​ທັງ​, ສະ​ຖານ​ທູດ​ກໍ່​ເປີດ​ປື້​ມ​ໄວ້​ອາ​ໄລທາງ​ອ​ອນ​ລາຍ.

ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທອງລຸນ ສີສຸລິດເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທອງລຸນ ສີສຸລິດເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ຄະນະຜູ້ແທນຂັ້ນສູງພັກ, ລັດຖະບານລາວ ນຳໂດຍ ສະຫາຍທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ,  ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.

ອະດີດການນຳລາວແບ່ງປັນຄວາມຊົງຈຳກ່ຽວກັບທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ

ອະດີດການນຳລາວແບ່ງປັນຄວາມຊົງຈຳກ່ຽວກັບທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ

ຍ​ສ​ໝ - ຕາມ​ທ່ານ ຈຸມ​ມາ​ລີ ໄຊ​ຍະ​ສອນ​ແລ້ວ, ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລ​ຂາ​ຟຽວ ແມ່ນ​ນັກ​ຮົບ​ທີ່​ກ້າ​ແກ່ນ, ແມ່ນ​ພະ​ນັກ​ງານ​ທີ່​ສະຫຼາດ​ສະຫຼຽວ. ແມ່ນ ພະ​ນັກ​ງານ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ທຸກ​ບາກ​ລຳ​ບາກ ແລະ ປະ​ຕິ​ບັດ​ຫຼາຍ​ບົດ​ບາດ​ຕຳ​ແໜ່ງ, ແຕ່​ວ່າ​ຢູ່​ຕຳ​ແໜ່ງ​ໃດ​ ທ່ານ​ກໍ່​ລ້ວນ​ແຕ່​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຢ່າງ​ດີ​ເດັ່ນ.

ໂທລະເລກເສົ້າສະຫລົດໃຈ

ໂທລະເລກເສົ້າສະຫລົດໃຈ

ການຈາກໄປຂອງ ສະຫາຍ ເລຂາ ຟຽວ ເປັນການສູນເສຍຜູ້ນໍາປະຕິວັດ ທີ່ອົງອາດກ້າແກ່ນຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ. ຕະຫລອດຊີວິດແຫ່ງການ ເຄື່ອນໄຫວປະຕິວັດຂອງຕົນ, ສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າ ໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບ ແລະ ໃນພາລະກິດການປ່ຽນແປງໃໝ່ ຂອງພັກກອມມູນິດ ຫວຽດນາມ ເຊິ່ງເຮັດໃຫ້ປະເທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ.