ເລຂາທິການໃຫຍ່ ແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ອວຍພອນ ວັນຊາດຫວຽດນາມ ຄົບຮອບ 73 ປີ
ທ້າຍເດືອນທີ່ຜ່ານມາ, ທີ່ ນະຄອນຫລວງວຽງຈັນ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງ ສະຫາຍ ຫງວຽນ ຝູ້ ຈ໋ອງ, ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ສະຫາຍ ເຈີ່ນ ດ໋າຍ ກວາງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ເນື່ອງໃນໂອກາດວັນຊາດຫວຽດນາມ ຄົບຮອບ 73 ປີ.