ຫວຽດນາມ ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ 2026 ຢູ່ Armenia
ຍສໝ - ໃນລະຫວ່າງວັນທີ 5 ແລະ 6/5, ຫວຽດນາມ ໄດ້ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ (Yerevan Dialogue) 2026 ຢູ່ທີ່ນະຄອນຫຼວງ ເຢເຣວານ ຂອງ Armenia. ເວທີປຶກສາຫາລືໄດ້ເຕົ້າໂຮມບັນດານັກການເມືອງ, ນັກວິຊາການ, ຊ່ຽວຊານ ແລະ ຕົວແທນຈາກບັນດາອົງການຈັດຕັ້ງສາກົນຢ່າງຫຼວງຫຼາຍ ແນໃສ່ແລກປ່ຽນກ່ຽວກັບບັນຫາຄວາມໝັ້ນຄົງ, ພູມສາດການເມືອງ, ການເຊື່ອມຕໍ່ພາກພື້ນ ແລະ ການບໍລິຫານທົ່ວໂລກ ໃນສະພາບການທີ່ໂລກມີການຜັນແປຢ່າງແຂງແຮງ.