ໃນໄລຍະແຕ່ ປີ 2020-2030 ສປປ ລາວ ຈະສາມາດສົ່ງອອກໄຟຟ້າ ປະມານ 20.000 ເມກາວັດ
ໃນໄລຍະແຕ່ ປີ 2020-2030 ສປປ ລາວ ຈະສົ່ງອອກໄຟຟ້າ ໄປຍັງບັນດາປະເທດທີ່ມີຊາຍແດນຕິດຈອດ ແລະ ບັນດາປະເທດກຸ່ມອາຊຽນນໍາກັນ ຄື: ໄທ, ສສ ຫວຽດນາມ, ກໍາປູເຈຍ, ມາເລເຊຍ, ມຽນມາ ແລະ ສິງກາໂປ ເພີ່ມຂຶ້ນປະມານ 20.000 ເມກາວັດ, ໂດຍການເຊື່ອມໂຍງລະບົບສາຍສົ່ງ ລະຫວ່າງ ສປປ ລາວ ແລະ ໄທ ເພື່ອສົ່ງກະແສໄຟຟ້າໄປຍັງປະເທດມາເລເຊຍ ແລະ ເຊື່ອມໂຍງກັບລະບົບສາຍສົ່ງ ຂອງປະເທດມາເລເຊຍ ເພື່ອສົ່ງໄປສິງກະໂປ.