ຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບ ຫວຽດນາມ ທີ່ງານບຸນວັດທະນະທຳຊົນເຜົ່າ Bagnara ຢູ່ ອີຕາລີ
ຍສໝ - ອາຫານ ແລະ ວັດທະນະທຳ ຫວຽດນາມ ໄດ້ກາຍເປັນທີ່ຄຸ້ນເຄີຍຢູ່ເທດສະບານ Bagnara di Romagna, ແຂວງ Ravenne ຂຶ້ນກັບເຂດ Emilie Romagna, ພາກເໜືອຂອງ ອີຕາລີ. ຄວາມປະທັບໃຈກ່ຽວກັບ ຫວຽດນາມ ຂອງບັນດາຜູ້ເຂົ້າຮ່ວມງານບຸນວັດທະນະທຳຊົນເຜົ່າ Bagnara ຄັ້ງທີ 16 ທີ່ຈັດຕັ້ງແຕ່ວັນທີ 27 – 30 ມິຖຸນາ, ແມ່ນນັບມື້ນັບເລິກເຊິ່ງຍ້ອນມີບັນດາຈຸດເດັ່ນພິເສດ.