ຍສໝ - ຜົນງານຈິດຕະກຳ ແລະ ປະຕິມາກຳ ຫຼາຍກວ່າ 50 ຜົນງານ ທີ່ໄດ້ຮັບແຮງບັນດານໃຈຈາກດອກບົວ ແລະ ຈິດວິນຍານແຫ່ງພຸດທະສາສະໜາ ໄດ້ຮັບການແນະນຳຢູ່ທີ່ງານວາງສະແດງ “ດອກບົວຕົ້ນລະດູຮ້ອນ IX”, ເນື່ອງໃນໂອກາດບຸນວິສາຂະບູຊາ ພຸດທະສັກກະລາດ 2570 ແລະ ສະເຫຼີມສະຫຼອງວັນປະສູດຂອງພຣະພຸດທະເຈົ້າ ຄົບຮອບ 2650 ປີ.
ຍສໝ - ຫວ່າງມໍ່ໆນີ້, ການແຂ່ງຂັນເວົ້າເກັ່ງ, ຮູບພາບ, ຄວາມສາມາດພາສາຫວຽດນາມ... ຢູ່ ຍີ່ປຸ່ນ ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບ. ມັນບໍ່ພຽງແຕ່ແມ່ນການເຄື່ອນໄຫວຍົກສູງຄວາມສາມາດດ້ານພາສາເທົ່ານັ້ນ, ຫາກຍັງແມ່ນການອະນຸລັກຮັກສາ ແລະ ເຜີຍແຜ່ພາສາແມ່ໃນຊຸມຊົນຊາວ ຫວຽດນາມ ປະມານ 600.000 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ທີ່ນີ້. ນອກນີ້ຍັງເປັນບ່ອນຫຼິ້ນຂອງນັກສຶກສາຕ່າງປະເທດທີ່ຮຽນພາສາຫວຽດນາມ, ຊ່ວຍໃຫ້ເຂົາເຈົ້າປະຕິບັດ ແລະ ສະແດງຄວາມເຂົ້າໃຈດ້ານພາສາ ແລະ ວັດທະນະທຳ ຫວຽດນາມ.
ຍສໝ - ຕອນຄ່ຳວັນທີ 12 ຕຸລາ, ຢູ່ກຳແພງພະລາຊະວັງທັງລອງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວສົມທົບກັບກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີປິດງານບຸນວັດທະນະທຳໂລກຄັ້ງທຳອິດຢູ່ຮ່າໂນ້ຍ ປີ 2025.
ຍສໝ - ວັນທີ 13 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິງ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ໂຮ່ຈີມິງ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 79 ປີແຫ່ງວັນເອກະລາດອິນເດຍ (15 ສິງຫາ 1947 – 15 ສິງຫາ 2025). ເຫດການດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຮັດແໜ້ນຄວາມສາມັກຄີ ແລະ ເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.
ຍສໝ - ນັບແຕ່ຕອນເຊົ້າ, ຊາວອາຟຼິກາໃຕ້ຫຼາຍຄົນ, ສະມາຊິກຄະນະການທູດຈາກບັນດາປະເທດຕ່າງໆ ແລະ ປະຊາຄົມຊາວຫວຽດນາມ ອາໄສ, ເຮັດວຽກ ແລະ ຮ່ຳຮຽນຢູ່ອາຟຼິກາໃຕ້ ໄດ້ລຽນແຖວຢູ່ເຂດແນະນຳເຝີ ແລະ ອາຫານຂອງຫວຽດນາມ ຢ່າງກະຕືລືລົ້ນ.
ຍສໝ - ຕອບສະໜອງວັນເຊີດຊູພາສາ ຫວຽດນາມ ໃນປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ແລະ ຄະນະປະສານງານສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ລາວ ຈັດຕັ້ງພິທີເຊີດຊູພາສາ ຫວຽດນາມ ຢູ່ ລາວ ໃນປີ 2024.
ຍສໝ - ວັນທີ 19 ພຶດສະພານີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 134 ເເຫ່ງວັນເກີດຂອງປະທານ ໂຮ່ຈິມິນ (19/5/1890 – 19/05/2024), ຢູ່ມະຫາວິທະຍາໄລ Sejong - ໂຮງຮຽນທີ່ຕັ້ງຊື່ກະສັດຜູ້ຍິ່ງໃຫຍ່ຂອງ ສ.ເກົາຫຼີ - ໄດ້ດຳເນີນກອງປະຊຸມສຳມະນາສາກົນ ເພື່ອເຊື່ອມໂຍງບັນດາປັນຍາຊົນ, ນັກສຶກສາ ແລະ ປະຊາຊົນ ຫວຽດນາມ ທີ່ອາໄສ, ໄປເຮັດວຽກ, ສຶກສາ ແລະ ດຳລົງຊີວິດຢູ່ ສ.ເກົາຫຼີ.
ຍສໝ - ເມື່ອບັນດາຜູ້ແທນໄດ້ເລືອກເອົາເຂົ້າຮ່ວມໂຄງການຮຽນພາສາອາຣັບ ໂດຍລັດຖະບານ ກູເວດ ໄດ້ອຸປະຖຳ, ບັນດານັກສຶກສາ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຂະຫຍັນຂັນເຂື່ອນ ແລະ ມີຫົວຄິດປະດິດສ້າງ ດ້ວຍການແນະນຳຮູບພາບປະເທດຕົນໃຫ້ບັນດາຄູອາຈານ, ນັກສຶກສາໃນເຫດການແລກປ່ຽນວັດທະນະທຳທີ່ດຳເນີນຢູ່ມະຫາວິທະຍາໄລ ຄູເວດ ວັນທີ 10 – 11 ທັນວາ.
ຍສໝ - ວັນທີ 24 ພະຈິກນີ້, ສະຖານທູດຫວຽດນາມ ປະຈຳ ອີຕາລີ ສົມທົບກັບບໍລິສັດໃຫຍ່ການຄຸ້ມຄອງສະໜາມບິນ Milan, ອຳນາດການປົກຄອງນະຄອນ Milan ແລະ ຫ້ອງການການຄ້າ ອີຕາລີ - ຫວຽດນາມ ໄດ້ຈັດຕັ້ງພິທີເລີ່ມຕົ້ນໂຄງການໂຄສະນາ ຫວຽດນາມ ຢູ່ Milan.
ຍສໝ - ດ້ວຍຫົວຂໍ້ “ຫວຽດນາມໃນໃຈຂ້ອຍ”, ບັນດານັກສຶກສາຕ່າງປະເທດໄດ້ນຳເອົາຄວາມຊົງຈຳໃນຊີວິດ, ປະສົບການຮ່ຳຮຽນ, ທັດສະນີຍະພາບທີ່ຫຼາກຫຼາຍ ດ້ວຍບັນດາຫົວເລື່ອງກ່ຽວກັບປະຊາຊົນ, ປະຫວັດສາດ, ວັດທະນະທຳ ຫວຽດນາມ ມາລວມຢູ່ໃນບົດການແຂ່ງຂັນເວົ້າພາສາຫວຽດເກັ່ງ.
ຍສໝ - ຕອນຄ່ຳວັນທີ 28 ຕຸລາ, ງານມະໂຫລານເພງພື້ນເມືອງ ຫວຽດນາມ - ຍີ່ປຸ່ນ ແລະ ພິທີມອບລາງວັນການແຂ່ງຂັນແປເພງພື້ນເມືອງ ຫວຽດນາມ - ຍີ່ປຸ່ນ 2023 ໄດ້ໄຂຂຶ້ນຢູ່ສະຖາບັນດົນຕີ ຫວຽດນາມ (ຮ່າໂນ້ຍ). ອະດີດນັກສຶກສາພາກວິຊາພາສາຍີ່ປຸ່ນ, ມະຫາວິທະຍາໄລຮ່າໂນ້ຍ, ທ່ານ ໂດະເທ໋ຢວຽດ, ໄດ້ຮັບລາງວັນທີໜຶ່ງໃນປະເພດການແປບົດເພງພື້ນເມືອງຫວຽດນາມ “ເເບວຢາດໄມໂຈ່ຍ” (Beo dat may troi) ເປັນພາສາຍີ່ປຸ່ນ.
ການເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ຂອງພັກໃຫ້ແກ່ພະນັກງານການນຳຫລັກແຫລ່ງ 4 ກະຊວງ.