ບິ່ງແຍງດູແລການດຳລົງຊີວິດຂອງຜູ້ອອກແຮງງານເພື່ອຮັບປະກັນແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ການພັດທະນາ
ລັດຖະບານ, ບັນດາກະຊວງ, ຂະແໜງການຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍບັນດາມາດຕະການພັດທະນາເສດຖະກິດ, ສັງຄົມ ເພື່ອສາມາດປະຕິບັດເປົ້າໝາຍພັດທະນາຂອງປີ 2022 ໃຫ້ສຳເລັດ. ໄປຄຽງຄູ່ກັບການການເອົາໃຈໃສ່ ບັນດາມາດຕະການທາງດ້ານເສດຖະກິດ, ອົງການທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ການດຳລົງຊີວິດຂອງແຮງງານ, ປະກອບສ່ວນຮັບປະກັນແຫຼ່ງສະໜອງແຮງງານທີ່ມີຄຸນນະພາບ, ມີສະຖຽນລະພາບໃຫ້ແກ່ພື້ນຖານເສດຖະກິດ.