ນະຄອນຫຼວງວຽງຈັນ ໄຂທົດລອງນຳໃຊ້ເຕົາເຜົາຂີ້ເຫຍື້ອ

ນະຄອນຫຼວງວຽງຈັນ ໄຂທົດລອງນຳໃຊ້ເຕົາເຜົາຂີ້ເຫຍື້ອ

ພິ­ທີ​ໄຂ​ທົດ​ລອງ​ນຳ​ໃຊ້​ເຕົາ​ເຜົາ​ຂີ້​ເຫຍື້ອພາຍ​ໃຕ້​ໂຄງ­ການ​ທົດ​ລອງເພື່ອ​ປັບ­ປຸງ​ການ​ຄຸ້ມ​ຄອງ​ຂີ້​ເຫຍື້ອ​ດ້ານ​ການ​ແພດ ແລະ ຂີ້​ເຫຍື້ອ​ອັນ­ຕະ­ລາຍ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 27 ພຶດ­ສະ­ພາ 2019 ຢູ່​ສະ­ໜາມ​ບຳ­ບັດ​ຂີ້​ເຫຍື້ອ ບ້ານ​ຜາ​ສຸກ ເມືອງ​ໄຊ​ທາ­ນີ ນວ ໂດຍ​ມີ​ທ່ານ​ນາງ ວິ­ໄລ​ວອນ ຈັນ­ທະ​ລາ­ຕີ ຫົວ­ໜ້າ​ຫ້ອງ­ການ​ຄຸ້ມ​ຄອງ ແລະ ບໍ­ລິ­ການ​ຕົວ​ເມືອງ​ວຽງ​ຈັນ (ຄບຕ) ທ່ານ ຊະ­ນະ​ດະ ຮອງ​ຫົວໜ້າ​ອົງ­ການ​ໄຈ​ກາ ປະ­ຈຳ ສປປ ລາວ ທ່ານ ສາ​ຢາ​ມາ ຈູມ​ອີ​ວິ​ໂລ ຜູ້ອຳ­ນວຍ­ການ​ບໍ­ລິ­ສັດ​ສາ​ຢາ​ມາ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.