ທາຍງວຽນ ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ຊາ​ ເຕິນ​ເກືອງ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

ທາຍງວຽນ ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ຊາ​ ເຕິນ​ເກືອງ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

ຊາ ເຕິນເກືອງ ແມ່ນເຄື່ອງດື່ມທີ່ເປັນເອກະລັກພິເສດ, ເຄື່ອງໝາຍການຄ້າທີ່ມີຊື່ສຽງຂອງແຂວງ ທາຍງວຽນ ໄດ້ຮັບຄວາມນິຍົມຈາກຫຼາຍຄົນແຕ່ຫຼາຍປີມານີ້. ດ້ວຍພູມສັນຖານທີ່ເປັນໂນນພູຕ່ຳສະຫຼັບສັບຊ້ອນກັນ, ບັນດາໂນນຊາທີ່ຂຽວສົດງົດງາມນັ້ນ, ເຂດປູກຊາ ເຕິນເກືອງ ກໍ່ແມ່ນສະຖານທີ່ທ່ອງທ່ຽວຊີວະພາບທີ່ ໄດ້ດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.