OneSky ໜູນຊ່ວຍການເບິ່ງແຍງ, ການສຶກສາເດັກຂັ້ນອະນຸບານຢູ່ບັນດາເຂດ-ກຸ່ມອຸດສາຫະກຳຢູ່ ກວາງນາມ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ກວາງນາມ ຫາກໍອອກມະຕິສະບັບເລກທີ 1517/QD-UBND ລົງໃນວັນທີ 24 ມິຖຸນາ 2024 ອະນຸມັດບ້ວງເງິນໜູນຊ່ວຍກວ່າ 4,3 ຕື້ດົ່ງ ຈາກໂຄງການໜູນຊ່ວຍການເບິ່ງແຍງ, ການສຶກສາເດັກຂັ້ນອະນຸບານຢູ່ບັນດາເຂດອຸດສາຫະກຳ, ກຸ່ມອຸດສາຫະກຳໃນແຂວງ ກວາງນາມ ໂດຍອົງການ OneSky ອຸປະຖຳ.