ຕົ້ນປີ 2021 ແຂວງອັດຕະປື ພົບຜູ້ຕິດ ເຊື້ອໄຂ້ຍຸງລາຍເກືອບ 100 ຄົນ
ຕະຫລອດໄລຍະຜ່ານມາ ເຖິງແມ່ນວ່າຄະນະພັກອໍານາດ ການປົກຄອງທຸກຂັ້ນຂອງແຂວງ,ເມືອງ ໄດ້ເອົາໃຈໃສ່ ເປັນເຈົ້າການ ໃນການຈັດຕັ້ງປະຕິບັດ ມາດຕະການປ້ອງກັນພະຍາດ ໄຂຍຸງລາຍ ດ້ວຍຫລາຍວິທີ ຫລາຍຮູບແບບກໍຕາມ ແຕ່ຍັງເຫັນວ່າຈໍານວນ ຜູ້ຕິດເຊື້ອ ພະຍາດດັ່ງກ່າວ ໃນຂອບເຂດທົ່ວແຂວງອັດຕະປື ຍັງມີຕົວເລກເພີ່ມຂຶ້ນ.