ທ່ານເຈົ້າແຂວງສະຫວັນນະເຂດ ມອບເຄື່ອງໝາກໄຂ່ຫຼັງທຽມຈຳນວນ 2 ເຄື່ອງໃຫ້ໂຮງໝໍແຂວງ
ໂດຍເລັງເຫັນເຖິງຄວາມສຳຄັນ ແລະ ຈຳເປັນໃນການປິ່ນປົວຄົນເຈັບ ໂດຍສະເພາະແລ້ວແມ່ນຄົນເຈັບທີ່ເປັນໝາກໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ ທີ່ນັບມື້ນັບເພີ່ມຂຶ້ນອີກ ທັງເຄື່ອງມືໃນປິ່ນປົວຍັງມີຈຳນວນຈຳກັດ ແລະ ບໍ່ພຽງພໍກັບຄວາມຕ້ອງການ ສະນັ້ນ, ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ຈຶ່ງໄດ້ນຳເອົາເຄື່ອງໄຂ່ຫຼັງທຽມ (ເຄື່ອງຟອກ ເລືອດ Hemodialysis machine) ຈຳນວນ 2 ເຄື່ອງ, ລວມມູນຄ່າ 370 ລ້ານກີບ ມາມອບໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ. ໂດຍມີ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງ, ທ່ານ ດຣ ບົງສຸວັນ ພັນທະວົງສາຫົວ ໜ້າພະແນກສາທາລະນະສຸກແຂວງ, ຜູ້ອຳນວຍການ ໂຮງໝໍແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານແພດ-ໝໍພາຍໃນໂຮງໝໍແຂວງເຂົ້າຮ່ວມເປັນສັກຂີພະຍານ.