ເຈົ້າຄອງນະຄອນຫຼວງ ຕ້ອນຮັບຄະນະຜູ້ແທນຫວຽດນາມ
ວັນທີ 26 ມີນາ 2019 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງ ເຈິນ ທິ ເຟືອງ ຮົ່ວ ປະທານສະຫະພັນແມ່ຍິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ພ້ອມຄະນະ ໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະຫະພັນແມ່ຍິງ ນວ ວັນທີ 23-29 ມີນານີ້.