ການຍົກສູງຄຸນຄ່າ ແລະ ສ້າງເຄື່ອງໝາຍ ກາເຟຫວຽດນາມ ໃນຕະຫຼາດໂລກ
ຍສໝ - ໃນວັນທີ 15 ເມສາ 2026, ພິທີເປີດ ຮ້ານວາງສະແດງແຫ່ງຊາດຫວຽດນາມ ຢູ່ Coffee Expo Seoul 2026 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ສູນກອງປະຊຸມ ແລະ ງານວາງສະແດງ COEX, ກຸງໂຊລ, ສເກົາຫຼີ. ໂດຍມີການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າຈາກສະມາຄົມ, ວິສາຫະກິດ ແລະ ຄູ່ຮ່ວມງານໃນຂະແໜງການກາເຟ ທັງຈາກ ສ.ເກົາຫຼີ ແລະ ສາກົນ ຢ່າງຫຼວງຫຼາຍ.