ລາວ: ບັນດາເຂດເສດຖະກິດພິເສດມອບພັນທະເຂົ້າງົບປະມານຂອງລັດໄດ້ 122,09 ຕື້ກີບ
ການພັດທະນາເຂດເສດຖະກິດພິ ເສດ ຢູ່ ສປປ ລາວ ໄດ້ມີຈຸດພິເສດ ແລະ ມີຄຸນລັກສະນະແຕກຕ່າງກັບການພັດທະນາ ເຂດເສດ ຖະກິດພິເສດຢູ່ປະເທດອື່ນໆ, ເນື່ອງຈາກປະເທດອື່ນ ລັດຖະບານ ເປັນຜູ້ພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ, ໃຫ້ນະໂຍບາຍສົ່ງເສີມພິເສດ ແລະ ສ້າງເງື່ອນໄຂ ທີ່ອຳນວຍຄວາມ ສະດວກໄວ້ລໍຖ້າ ເພື່ອໃຫ້ນັກລົງທຶນ ເຂົ້າມາລົງທຶນໃນກິດຈະການຕ່າງໆ ຕາມເປົ້າໝາຍ ທີ່ລັດຖະບານໄດ້ກຳນົດໄວ້.