WVI ໜູນ​ຊ່ວຍຕາແສງ​ພູດ​ອຍ​ ກວາງ​ຈີ້ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ອະນຸບານ ​ແລະປົກປ້ອງ​ເດັກນ້ອຍ

WVI ໜູນ​ຊ່ວຍຕາແສງ​ພູດ​ອຍ​ ກວາງ​ຈີ້ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ອະນຸບານ ​ແລະປົກປ້ອງ​ເດັກນ້ອຍ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈີ້ ​​ໄດ້​ອອກ​ຂໍ້ຕົກລົງເລກທີ 2566/QĐ-UBND ກ່ຽວ​ກັບ​ການ​ຮັບຮອງເອົາເອກະສານ​ໂຄງການ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​​ອະນຸບານ ​ແລະ ປົກປ້ອງເດັກນ້ອຍ ດ້ວຍແບບ​ວິທີ Montessori ຢູ່​ໂຄງການ​ເຂດ ເຮື໋ອງຮວ່າ, ແຂວງ​ ກວາງ​ຈີ້ ໂດຍອົງການ World Vision International (WVI) ອຸປະຖຳ.